ຕຳແຈ່ວໝາກກອກ ເຂົ້າໜຽວຮ້ອນໆຈໍ້າ

30

ແຈ່ວເປັນເມນູທີ່ເຮັດໃຫ້ກິນເຂົ້າໄດ້ຫຼາຍ ຫຼື ເປັນເມນູ ຊ່ວຍຈະເລີນອາຫານໄດ້ດີ ແລະ ເປັນເມນູທີ່ທຸກພາເຂົ້າຄົນລາວຕ້ອງມີໃນເມື່ອກ່ອນ.

ไม่มีคำอธิบายรูปภาพ

ແຈ່ວເຮັດໄດ້ຫຼາກຫຼາຍຊະນິດ ແຕ່ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດແຈ່ວໝາກກອກ ກິນກັບເຂົ້າໜຽວ ແລະ ລວກຜັກເຂົ້າກັນດີໆ.

ວັດຖຸດິບ: ໝາກກອກດິບ ແລະ ສຸກປົນກັນ, ໝາກເຜັດດິບ, ເກືອ, ແປ້ງນົວ, ນໍ້າປາ, ຫົວຫອມບົ່ວ, ຫົວຜັກທຽມ, ໝາກເຜັດດິບ, ຫອມປ້ອມ, ຫອມບົ່ວ.

ไม่มีคำอธิบายรูปภาพ

ວິທີເຮັດ: ດັງໄຟຈີ່ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ ແລະ ຈີ່ໝາກກອກ, ຈາກນັ້ນມາຕຳໃສ່ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ ຕື່ມດ້ວຍເກືອ ແລະ ແປ້ງນົວ ຕຳໃຫ້ລະອຽດດີແລ້ວຊອຍໝາກກອກທີ່ຈີ່ລົງແລ້ວຕຳໃຫ້ລະອຽດອີກຄັ້ງ ຈາກນັ້ນກໍຕື່ມນໍ້າປາແດກສຸກ ຫຼື ຖ້າໃຜບໍ່ກິນປາແດກໃສ່ນໍ້າປາໄດ້ ຈາກນັ້ນກໍຊີມ ແລະ ປຸງລົດຊາດໃຫ້ໄດ້ຕາມໃຈມັກ ແລ້ວກໍຊອຍຫອມປ້ອມ ແລະ ຫອມບົ່ວລົງ ເທົ່ານີ້ທ່ານກໍຈະໄດ້ແຈ່ວໝາກກອກໄວ້ກິນເອງແລ້ວ.

ໂດຍ:ນົກແຕນແວນ