ກຳປູເຈຍ ເລັ່ງຫາທາງຮ່ວມມືທາງການຄ້າ ກັບອາເມຣິກາ ທ່າມກາງການສົ່ງອອກທີ່ຫຼຸດລົງ

43

ເວບໄຊສຳນັກຂ່າວ khmer timeskh.com ລາຍງານວ່າ: ຄະນະຜູ້ແທນກໍາປູເຈຍ ໄດ້ເດີນທາງໄປ ຄົ້ນຫາການລົງທຶນ ແລະ ການຮ່ວມມືທາງດ້ານການຄ້າກັບບໍລິສັດຂອງອາເມຣິກາ ເຊິ່ງນໍາໂດຍ ທ່ານ Buon Sarakmony ລັດຖະມົນຕີກະຊວງການຄ້າ ແລະ ທ່ານ Lim Heng ຮອງປະທານສະພາການຄ້າກຳປູເຈຍ (CCC) ພ້ອມດ້ວຍເຈົ້າໜ້າທີ່ກະຊວງການທ່ອງທ່ຽວ ແລະ ຕົວແທນຈາກວິສາຫະກິດຊັ້ນນໍາ.

ຄະນະດັ່ງກ່າວ ໄດ້ໄປຢ້ຽມຊົມທຸລະກິດຫຼາຍແຫ່ງໃນ Long Beach, California ແລະ ມີການພົບປະກັບຕົວແທນຂອງ California Trade Service, ຕົວແທນບໍລິການການຄ້າ ໃນ Long Beach ລວມເຖິງທະນາຄານ ເພື່ອການສົ່ງອອກ ແລະ ນໍາເຂົ້າຂອງອາເມຣິກາ ແລະ ທ່າເຮືອ Long Beach.

ທ່ານ Buon Sarakmony ກ່າວວ່າ: ການຢ້ຽມຢາມອາເມຣິກາຄັ້ງນີ້ ມີເປົ້າໝາຍເພື່ອຊອກຫາຊ່ອງທາງການຮ່ວມມືກັບບໍລິສັດຂອງອາເມຣິກາ ໃນດ້ານການຄ້າ ແລະ ການລົງທຶນ. ໃນອະດີດ ນັກທຸລະກິດຂ້າມຊາດ ເຂົ້າມາສະແຫວງຫາການລົງທຶນ ແລະ ການຄ້າໃນກຳປູເຈຍ ແຕ່ປັດຈຸບັນ ບໍລິສັດຂອງກຳປູເຈຍ ຫຼາຍກວ່າ 100 ແຫ່ງ ກຳລັງຊອກຫາຊ່ອງທາງການຮ່ວມມືທາງການຄ້າໃນອາເມຣິກາ. ນີ້, ເປັນໄລຍະທີ່ໜ້າພາກພູມໃຈສຳລັບກຳປູເຈຍ ແລະ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງເສດຖະກິດກຳປູເຈຍ.

ທ່ານ Lim Heng ກ່າວວ່າ: ກໍາປູເຈຍ ຫວັງວ່າຈະຊ່ວຍດຶງດູດບໍລິສັດຂອງອາເມຣິກາ ມາຍັງກຳປູເຈຍ ໂດຍສະເພາະຫຼັງຈາກຂໍ້ຕົກລົງການຄ້າເສລີຂອງປະເທດ ເຊິ່ງການມາຢ້ຽມຢາມຄັ້ງນີ້ ເນັ້ນຍໍ້າເຖິງກົນໄກການຄ້າທະວິພາຄີ ລະຫວ່າງ ກຳປູເຈຍ ແລະ ອາເມຣິກາ ຕະຫຼອດຮອດຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດພະຫຸພາຄີ ທີ່ສົ່ງເສີມໃຫ້ທຸລະກິດຂອງອາເມຣິກາ ສຳຫຼວດໂອກາດທາງທຸລະກິດໃນກຳປູເຈຍ.

ອາເມຣິກາ ເປັນຕະຫຼາດສົ່ງອອກທີ່ໃຫຍ່ຂອງກຳປູເຈຍ ຄິດເປັນປະມານ 40% ຂອງການສົ່ງອອກທັງໝົດ. ຂະນະທີ່ ຂໍ້ມູນທີ່ເປີດເຜີຍຜ່ານມາລະບຸວ່າ ການສົ່ງອອກຂອງກຳປູເຈຍ ໄປຍັງອາເມຣິກາ ມີມູນຄ່າ 6,8 ຕື້ໂດລາ ໃນໄລຍະ 9 ເດືອນ ປີ 2023 ເຊິ່ງຫຼຸດລົງ 2,1% ຈາກ 7 ຕື້ໂດລາ ໃນໄລຍະດຽວກັນຂອງປີ 2022.

ສິນຄ້າຫຼັກທີ່ສົ່ງອອກໄປຍັງອາເມຣິກາ ໄດ້ແກ່ ເຄື່ອງນຸ່ງຫົ່ມ, ອຸປະກອນສຳລັບເສື້ອຜ້າ, ເຄື່ອງໜັງ, ສິນຄ້າສໍາລັບການເດີນທາງ, ກະເປົ໋າ, ເຄື່ອງຈັກ ແລະ ອຸປະກອນໄຟຟ້າ ແລະ ເກີບ. ໃນຂະນະທີ່, ການນໍາເຂົ້າຈາກອາເມຣິກາ ໄດ້ແກ່ພາຫະນະ, ກົນຈັກ ແລະ ເຄື່ອງໃຊ້ກົນຈັກ, ເຄື່ອງມືທາງການແພດ ແລະ ຜະລິດຕະພັນຢາ.