ເສດຖະກິດດີຈີຕອນ ຫວຽດນາມ ເຕີບໂຕໄວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້

55

ສຳນັກຂ່າວຊິນຫົວລາຍງານວ່າ ບົດລາຍງານເສດຖະກິດດີຈີຕອນຂອງອາຊີຕາເວັນອອກສ່ຽງໃຕ້ (e-Conomy SEA Report) ສະບັບທີ 8 ລະບຸວ່າ ເສດຖະກິດດີຈີຕອນຂອງຫວຽດນາມຈະເຕີບໂຕປະມານ 20% ໃນອີກ 2 ປີຂ້າງຫນ້າ ເຊິ່ງຢູ່ໃນລະດັບດຽວກັບຟີລິບປິນ, ຕາມມາແມ່ນໄທ, ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ.

ລາຍງານລະບຸວ່າ ຍອດມູນຄ່າຂາຍສິນຄ້າອອນລາຍຂອງຫວຽດນາມຄາດວ່າ ຈະຢູ່ທີ່ 45 ພັນລ້ານໂດລາສະຫະລັດ ພາຍໃນປີ 2025 ເຊິ່ງສູງເປັນອັນດັບ 3 ຂອງພາກພື້ນອາຊີຕາເວັນອອກສຽງໃຕ້, ຮອງຈາກອິນໂດເນເຊຍຄາດວ່າ ຈະຢູ່ທີ່ປະມານ 109 ພັນລ້ານໂດລາສະຫະລັດ ແລະ ໄທຄາດວ່າຢູ່ທີ່ 49 ພັນລ້ານໂດລາສະຫະລັດ.

ໃນຂະນະທີ່ e-commers ເຊິ່ງເປັນຂະແຫນງຫນຶ່ງທີ່ສະຫນັບສະຫນູນຫຼັກຂອງເສດຖະກິດດີຈີຕອນຫວຽດນາມ ຄາດວ່າ ຈະເຕີບໂຕ 22% ຢູ່ທີ່ 24 ພັນລ້ານໂດລາສະຫະລັດ ໃນປີ 2025 ຫຼັງຈາກປີຜ່ານມາ ເຕີບໂຕສູງທີ່ສຸດໃນພາກພື້ນ.

ນອກຈາກນີ້ ຫວຽດນາມ ຍັງມີການເຕີບໂຕທາງດ້ານການບໍລິການທາງການເງິນດີຈີຕອນໄວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ຄອງອັນດັບ 1 ໃນບັນດາປະເທດເສດຖະກິດດີຈີຕອນຊັ້ນນຳ 6 ແຫ່ງໃນພາກພື້ນ.