ລາຄາອາຫານທີ່ຫຼຸດລົງ ດຶງອັດຕາເງິນເຟີ້ຂອງຟີລິບປິນ ໃຫ້ຕໍ່າລົງ ເຫຼືອ 4,9%

32

ເວບໄຊສຳນັກຂ່າວ business.inquirer.net ລາຍງານວ່າ: ສຳນັກງານສະຖິຕິຂອງຟີລິບປິນ (PSA) ລາຍງານວ່າ ລາຄາອາຫານທີ່ຜ່ອນຄາຍລົງ ຢູ່ຟີລິບປິນ ໄດ້ຊ່ວຍຄວບຄຸມອັດຕາເງິນເຟີ້ຂອງປະເທດ ໃນໄຕມາດ 3 ຫຼຸດລົງເຫຼືອ 4,9% ຈາກ 6,1% ຂອງເດືອນກ່ອນໜ້ານີ້ ແລະ ຈາກ 7,7% ໄຕມາດດຽວກັນຂອງປີຜ່ານມາ.

ຂໍ້ມູນຈາກ PSA ຍັງສະແດງໃຫ້ເຫັນວ່າ: ການຊະລໍຕົວນັ້ນ, ພຽງພໍທີ່ຈະເຮັດໃຫ້ຄ່າສະເລ່ຍໃນ 10 ເດືອນຂອງປີນີ້ ຫຼຸດລົງ 6,4% ເຖິງແມ່ນວ່າຈະຍັງສູງກວ່າເປົ້າໝາຍປະຈໍາປີຂອງ ທະນາຄານກາງແຫ່ງຟີລິບປິນ (BSP) ທີ່ 2ຫາ4% ກໍຕາມ. ການອ່ານຄ່າຄັ້ງຫລ້າສຸດ ໄດ້ໃຫ້ຮູ້ວ່າ ອັດຕາເງິນເຟີ້ດີກວ່າການຄາດການຂອງ BSP ທີ່ຄາດການວ່າຈະຢູ່ໃນລະຫວ່າງ 5,1 ຫາ 5,9%.

ພ້ອມດຽວກັນ, ຂໍ້ມູນໃນເດືອນຕຸລາຜ່ານມາ ກໍຊ່ວຍບັນເທົາທຸກໃຫ້ກັບຜູ້ບໍລິໂພກຊາວຟີລິບປິນ ທີ່ພະຍາຍາມຍືດເວລາການໃຊ້ເງິນເດືອນ ເພື່ອການໃຊ້ຈ່າຍໃຫ້ກຸ້ມເດືອນ ທ່າມກາງຄ່າຄອງຊີບທີ່ສູງຂຶ້ນ. ຂະນະທີ່, ທ່ານ Dennis Mapa ນັກສະຖິຕິແຫ່ງຊາດຂອງຟີລິບປິນ ກໍໄດ້ສະເໜີຂ່າວທີ່ມີຄວາມຫວັງຫຼາຍທີ່ສຸດຄື ຫາກບໍ່ເກີດການພິກຜັນຂອງລາຄາ, ອັດຕາເງິນເຟີ້ ແມ່ນມີທ່າອ່ຽງທີ່ຈະສືບຕໍ່ຫຼຸດລົງໃນ 2 ເດືອນທ້າຍປີນີ້.

ລາຍງານຍັງລະບຸວ່າ: ຕົວເລກ 4,9% ນີ້ ແມ່ນການຫຼຸດລົງໃນຮອບ 3 ເດືອນຂອງດັດຊະນີລາຄາຜູ້ບໍລິໂພກ (CPI) ເຊິ່ງແມ່ນຕົວຊີ້ວັດອັດຕາເງິນເຟີ້.