ຄະນະຊ່ຽວຊານຈີນ ແລະ ລາວ ລົງກວດກາວຽກງານຄຸ້ມຄອງຄວາມປອດໄພ ຢູ່ເຂື່ອນໄຟຟ້ານ້ຳລີກ 1-2

67

ໃນວັນທີ 7 ພະຈິກ ຜ່ານມາ, ທ່ານ ແຫຼ້ ພິມພິສານ ຫົວໜ້າພະແນກຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ Sheng Jinbao ຫົວໜ້າ​ວິສະວະກອນສູນຄວບຄຸມຄວາມປອດໄພສັນເຂື່ອນ ສະຖາບັນຄົ້ນຄວ້າຊົນລະປະທານໜານຈິງ ກະຊວງຊົນລະປະທານ ສປ ຈີນ ພ້ອມດ້ວຍຄະນະຈີນ ແລະ ລາວ ໄດ້ລົງກວດກາຊີ້ນຳວຽກງານຄຸ້ມຄອງຄວາມປອດໄພຢູ່ເຂື່ອນໄຟຟ້ານ້ຳລີກ 1-2.

May be an image of 12 people and text
ໃນການລົງກວດກາໃນຄັ້ງນີ້ ຄະນະຊ່ຽວຊານໄດ້ລົງພາກສະໜາມກວດກາອຸປະກອນຢູ່ຫ້ອງໄຟ ແລະ ອາຄານສິ່ງປູກສ້າງ. ຫຼັງຈາກນັ້ນ, ທ່ານ Tang Hongbing ຫົວໜ້າເຂື່ອນໄດ້ນຳສະເໜີກ່ຽວກັບວຽກງານຄວາມປອດໄພດ້ານການຜະລິດ, ການບໍລິຫານຈັດການຄວາມປອດໄພຂອງເຂື່ອນ, ວຽກງານຊ່ວຍເຫຼືອສັງຄົນ. ທຸກຝ່າຍໄດ້ມີການແລກປ່ຽນຄວາມຮູ້ດ້ານເຕັກນິກການຄຸ້ມຄອງຄວາມປອດໄພຂອງເຂື່ອນພະລັງງານນ້ຳ, ທາງດ້ານຄະນະຊ່ຽວຊານຈີນກໍໃຫ້ການຢືນຢັນຕໍ່ຄວາມປອດໄພຂອງເຂື່ອນໄຟຟ້ານ້ຳລີກ 1-2. ທ່ານ ແຫຼ້ ພິມພິສານ ກໍໄດ້ມີຄຳເຫັນຕໍ່ຄວາມຕ້ອງການໃນການປະຕິບັດວຽກຂອງເຂື່ອນ, ຫວັງວ່າທາງເຂື່ອນຈະເຊື່ອມຊຶມເຂົ້າກັບທ້ອງຖິ່ນ, ສືບຕໍ່ວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນໃຫ້ດີ, ເສີມສ້າງຄຸ້ມຄອງຄວາມປອດໄພທາງດ້ານການຜະລິດ, ໃຫ້ເປັນມາດຕະຖານທີ່ດີໃຫ້ແກ່ອຸດສາຫະກຳເຂື່ອນໄຟຟ້າພະລັງງານນ້ຳ.

May be an image of body of water and the Panama Canal
ເຂື່ອນໄຟຟ້ານ້ຳລີກ 1-2 ແມ່ນເຂື່ອນໄຟຟ້າທີ່ລົງທຶນກໍ່ສ້າງໂດຍ ບໍລິສັດ China international water & electric corp. ກຳລັງການຕິດຕັ້ງ 100MW, ເຖິງປັດຈຸບັນໄດ້ດຳເນີນງານຢ່າງໝັ້ນຄົງມາແລ້ວ 4.847 ວັນ, ຜະລິດໄຟຟ້າຫຼາຍກວ່າ 6,5 ຕື້ kW·h, ມີບົດບາດສຳຄັນຕໍ່ຄວາມໝັ້ນຄົງດ້ານພະລັງງານໃນລາວ.

May be an image of 12 people and text
ຂ່າວ-ພາບ: ນາງ ຢາວ ສຸລິຍະແສງ