ເສດຖະກິດເອີໂຣໂຊນ ມີຄວາມສ່ຽງເຂົ້າສູ່ພາວະຖົດຖອຍ

15

ເວບໄຊສຳນັກຂ່າວ BNews.vn ລາຍງານວ່າ: ຈາກຂໍ້ມູນທາງການລະບຸວ່າ ເສດຖະກິດເອີໂຣໂຊນ ຫົດຕົວລົງ 0,1% ໃນໄຕມາດຜ່ານມາ, ໃນຂະນະດຽວກັນ ດັດຊະນີຜູ້ຈັດຊື້ (PMI) ໃນເດືອນຕຸລາຜ່ານມາ ກໍສະແດງໃຫ້ເຫັນວ່າ ເສດຖະກິດຂອງພາກພື້ນ ເລີ່ມຕົ້ນໄຕມາດໃໝ່ ກໍບໍ່ຄ່ອຍດີ.

ດັດຊະນີ PMI ທີ່ເປັນໂຕຊີ້ວັດໂດຍລວມຂອງເສດຖະກິດທີ່ແທ້ຈິງ ຫຼຸດລົງຈາກ 47,2 ໃນເດືອນກັນຍາ ເປັນ 46,5 ໃນເດືອນຕຸລາ ເຊິ່ງນີ້ເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນພະຈິກ 2020 ທີ່ມີການເຂັ້ມງວດມາດຕະການຈໍາກັດ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ໃນພື້ນທີ່ສ່ວນໃຫຍ່ຂອງທະວີບ ເຊິ່ງສົ່ງຜົນໃຫ້ເດືອນຕຸລາ ຍັງເປັນເດືອນທີ 5 ຕິດຕໍ່ກັນ ທີ່ດັດຊະນີ PMI ຂອງເອີໂຣໂຊນ ຕໍ່າກວ່າ 50 ນີ້ແມ່ນເກນທີ່ກຳນົດການເຕີບໂຕ ຫຼື ຄວາມຖົດຖອຍຂອງເສດຖະກິດ.

PMI ຂອງພາກບໍລິການ ກໍຫຼຸດລົງຈາກ 48,7 ໃນເດືອນກັນຍາ ເປັນ 47,8 ໃນເດືອນຕຸລາ ເຊິ່ງທ່ານ Cyrus de la Rubia ຫົວໜ້ານັກເສດຖະສາດ ຈາກ Hamburg Commercial Bank ກ່າວວ່າ: ພາກບໍລິການຂອງເອີໂຣໂຊນ ຈະຍັງສືບຕໍ່ປະເຊີນກັບຄວາມຍາກລໍາບາກ ໃນໄຕມາດສຸດທ້າຍຂອງປີນີ້ ເນື່ອງຈາກກິດຈະກຳທາງທຸລະກິດຍັງສືບຕໍ່ຫຼຸດລົງ ດັ່ງນັ້ນຈຶ່ງມີທ່າອ່ຽງທີ່ບໍ່ຄ່ອຍສົດໃສ.

ພ້ອມນີ້, ທ່ານ Cyrus de la Rubia ຊີ້ໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂອງເອີໂຣໂຊນ ມີທ່າອ່ຽງຫຼຸດລົງໃນໄຕມາດ 4 ປີ 2023 ເຊິ່ງຝຣັ່ງ ເປັນເສດຖະກິດທີ່ມີຜົນງານບໍ່ດີທີ່ສຸດ ໃນບັນດາປະເທດເສດຖະກິດຊັ້ນນໍາໃນພາກພື້ນ; ສ່ວນເສດຖະກິດເຢຍລະມັນ ແລະ ອິຕາລີ ດີຂຶ້ນພຽງເລັກນ້ອຍເທົ່ານັ້ນ.

ພ້ອມດຽວກັນນີ້, ກິດຈະກຳການຜະລິດໃນເອີໂຣໂຊນ ກໍຫຼຸດລົງຢ່າງໄວວາໃນເດືອນຕຸລາ ເນື່ອງຈາກຄໍາສັ່ງຊື້ໃໝ່ຫຼຸດລົງໃນອັດຕາທີ່ໄວທີ່ສຸດ ນັບຕັ້ງແຕ່ການເກັບກໍາຂໍ້ມູນໃນປີ 1997 ເປັນຕົ້ນມາ; ນອກນີ້, ອຸດສາຫະກຳ ແລະ ດັດຊະນີທຸລະກິດໃໝ່ ກໍບໍ່ດີຂຶ້ນ ໂດຍຫຼຸດລົງຈາກ 46,4 ໃນເດືອນກັນຍາ ມາຢູ່ທີ່ 45,6 ໃນເດືອນຕຸລາເຊິ່ງເປັນລະດັບຕໍ່າສຸດ ນັບແຕ່ຕົ້ນປີ 2021 ສິ່ງນີ້ສະທ້ອນໃຫ້ເຫັນວ່າ ຄວາມຕ້ອງການທີ່ອ່ອນແອ ທ່າມກາງລາຄາສິນຄ້າທີ່ສູງຂຶ້ນ ແລະ ຕົ້ນທຶນການກູ້ຢືມທີ່ເພີ່ມຂຶ້ນ ສົ່ງຜົນໃຫ້ຜູ້ບໍລິໂພກຕ້ອງປະຫຍັດເງິນ.

ລາຍງານຍັງລະບຸວ່າ: ເມື່ອເດືອນຜ່ານມາ, ທະນາຄານກາງເອີຣົບ (ECB) ຕັດສິນໃຈທີ່ຈະຮັກສາອັດຕາດອກເບ້ຍພື້ນຖານໄວ້ຄືເກົ່າ ໂດຍຢຸດຕິການປັບຂຶ້ນອັດຕາດອກເບ້ຍຕິດຕໍ່ກັນເປັນ 10 ຄັ້ງ. ຢ່າງໃດກໍຕາມ, ທະນາຄານກາງເອີຣົບ ກໍເຊື່ອວ່າ ຍັງໄວເກີນໄປ ທີ່ຈະຫາລືເລື່ອງການປັບຫຼຸດອັດຕາດອກເບ້ຍ.