ປີ 2024 ອິນໂດເນເຊຍ ຈະຍັງດຳເນີນຂໍ້ຜູກມັດໃນການສົ່ງອອກນໍ້າມັນປາມ

14

ເວບໄຊສຳນັກຂ່າວ BNew.vn ລາຍງານວ່າ: ເຈົ້າໜ້າທີ່ກະຊວງການຄ້າຂອງອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍຍັງຄົງດຳເນີນນະໂຍບາຍຂໍ້ຜູກມັດທາງການຕະຫຼາດພາຍໃນປະເທດ (DMO) ສຳລັບນໍ້າມັນປາມ ໃນປີ 2024 ເພື່ອຮັກສາສະຖຽນລະພາບລາຄານໍ້າມັນປຸງອາຫານ (ນ້ຳມັນພືດ).

ເຖິງວ່າອິນໂດເນເຊຍ ຈະເປັນຜູ້ຜະລິດ ແລະ ສົ່ງອອກນໍ້າມັນປາມລາຍໃຫຍ່ທີ່ສຸດຂອງໂລກ, ແຕ່ກໍໄດ້ບັງຄັບໃຊ້ DMO ເມື່ອປີຜ່ານມາ ເພື່ອຄວບຄຸມລາຄານໍ້າມັນປຸງອາຫານທີ່ເພີ່ມສູງຂຶ້ນ ພາຍໃຕ້ໂຄງການນີ້ ຜູ້ຜະລິດຈະໄດ້ຮັບອະນຸຍາດໃຫ້ສົ່ງອອກຫຼັງຈາກຂາຍຜະລິດຕະພັນບາງສ່ວນໃນຕະຫຼາດພາຍໃນປະເທດເທົ່ານັ້ນ.

ທ່ານ Isy Karim ຫົວໜ້າກົມການຄ້າພາຍ ກະຊວງການຄ້າອິນໂດເນເຊຍ ໄດ້ໃຫ້ເຫດຜົນວ່າ: ອິນໂດເນເຊຍ ຍັງປະເຊີນກັບບັນຫາການຂາດແຄນນໍ້າມັນປຸງອາຫານລາຄາຖືກໃນຕະຫຼາດພາຍໃນປະເທດເປັນບາງຄັ້ງ; ໃນຂະນະທີ່, ລາຄາຂອງຜະລິດຕະພັນນີ້ໃນພື້ນທີ່ຫ່າງໄກທາງຕາເວັນອອກ ຍັງສືບຕໍ່ມີລາຄາສູງກວ່າເພດານທີ່ລັດຖະບານກຳນົດໄວ້ ທີ່ 14.000 ຣູເປຍ (ປະມານ 0,88 ໂດລາ) ຕໍ່ລິດ.

ຂະນະດຽວກັນ, ໃນກອງປະຊຸມ ກ່ຽວກັບນໍ້າມັນປາມ ຈັດຂຶ້ນໃນເກາະບາຫຼີ; ທ່ານ Isy Karim ກໍໄດ້ກ່າວວ່າ: ອັດຕາສ່ວນການສົ່ງອອກຕໍ່ຍອດຂາຍພາຍໃນປະເທດ ຈະຍັງສືບຕໍ່ຢູ່ໃນລະດັບປັດຈຸບັນ ໂດຍສະເພາະຢ່າງຍິ່ງ ບໍລິສັດນໍ້າມັນປາມ ໄດ້ຮັບອະນຸຍາດ ໃຫ້ສົ່ງອອກປະລິມານການບໍລິໂພກພາຍໃນປະເທດເປັນ 4 ເທົ່າ ຜ່ານກົນໄກ DMO.

ເມື່ອທ້າຍເດືອນເມສາ 2022, ອິນໂດເນເຊຍ ສັ່ງຫ້າມການສົ່ງອອກນໍ້າມັນປາມດິບ (CPO) ແລະ ນໍ້າມັນປຸງແຕ່ງອາຫານ ເພື່ອຕອບສະໜອງຕໍ່ວິກິດລາຄານໍ້າມັນປຸງອາຫານໃນປະເທດ.

ຢ່າງໃດກໍຕາມ, ພຽງ 3 ອາທິດ ຕໍ່ມາ ອິນໂດເນເຊຍ ກໍຖືກບັງຄັບໃຫ້ຍົກເລີກຂໍ້ຫ້າມ ແລະ ແທນທີ່ດ້ວຍນະໂຍບາຍ ຂໍ້ຜູກມັດ DMO ໃນທ່າມກາງທີ່ລາຄາວັດຖຸດິບ (ປາມ) ຫຼຸດລົງຕໍ່າກວ່າຕົ້ນທຶນການຜະລິດ ເຮັດໃຫ້ເກີດປະຕິກິລິຍາ ທີ່ເປັນແຮງກະຕຸ້ນຢ່າງຫຼວງຫຼາຍ ຕໍ່ກັບຊາວກະສິກອນຜູ້ຜະລິດປາມ.