ລາຄານ້ຳມັນປັບຂຶ້ນ ຫຼັງຊາອຸດິອາຣາເບຍ ແລະ ຣັດເຊຍ ຢືນຢັນປັບຫຼຸດກຳລັງການຜະລິດ

47

ສຳນັກຂ່າວ infoquest ລາຍງານວ່າ ສັນຍາລາຄານ້ຳມັນດິບ ເວສເທັກຊັສ (WTI) ໃນຕະຫຼາດນິວຢອກປັບຂຶ້ນເລັກຫນ້ອຍ ຫຼັງຈາກທີ່ຊາອຸດິອາຣາເບຍ ແລະ ຣັດເຊຍ ຍັງຢືນຢັນວ່າ ຈະປັບຫຼຸດກຳລັງການຜະລິດລົງຈົນເຖິງທ້າຍປີນີ້.

ທັງນີ້ ສັນຍາລາຄານ້ຳມັນດິບ WTI ສົ່ງມອບເດືອນທັນວາ ເພີ່ມຂຶ້ນ 0,4%, ປິດທີ່ 80,82 ໂດລາສະຫະລັດຕໍ່ບາເຣວ, ໃນຂະນະທີ່ລາຄານ້ຳມັນດິບ BRENT ສົ່ງມອບໃນເດືອນມັງກອນປີຫນ້າ ປັບຂຶ້ນ 0,34% ປິດທີ່ 85,18 ໂດລາສະຫະລັດຕໍ່ບາເຣວ.

ນັກວິເຄາະຈາກບໍລິສັດ Again Capital LLC ເປີດເຜີຍວ່າ ການປັບຂຶ້ນຂອງລາຄານ້ຳມັນ ຍ້ອນວ່າຊາອຸດິ ອາຣາເບຍ ແລະ ຣັດເຊຍ ຢືນຢັນເມື່ອວັນອາທິດຜ່ານມາວ່າ ທັງສອງປະເທດຈະເດີນຫນ້າປັບຫຼຸດກຳລັງການຜະລິດນ້ຳມັນຕາມທີ່ໄດ້ປະກາດໄວ້ກ່ອນຫນ້ານີ້ ໂດຍຊາອຸດິອາຣາເບຍ ຈະປັບຫຼຸດກຳລັງການຜະລິດນ້ຳມັນລົງ 1 ລ້ານບາເຣວຕໍ່ວັນ ຈົນເຖິງທ້າຍປີນີ້, ໃນຂະນະທີ່ຣັດເຊຍຈະປັບຫຼຸດການສົ່ງອອກນ້ຳມັນ 300.000 ບາເຣວຕໍ່ວັນ ຈົນເຖິງທ້າຍປີນີ້ ເຊັ່ນດຽວກັນ.

ນັກວິເຄາະຈາກທະນາຄານ UBS ຄາດການວ່າ ຊາອຸດິອາຣາເບຍ ແລະ ຣັດເຊຍ ຈະຂະຫຍາຍເວລາການປັບຫຼຸດອຸປະທານນ້ຳມັນລົງຈົນເຖິງໄຕມາດທຳອິດຂອງປີຫນ້າ ໂດຍມີສາເຫດຈາກອຸປະສົງ ນ້ຳມັນທີ່ມັກສະລໍຕົວລົງໃນຊ່ວງຕົ້ນປີ ບວກກັບຄວາມກັງວົນບັນຫາເສດຖະກິດ ແລະ ຄວາມຕ້ອງການຂອງກຸ່ມໂອເປັກພລັສ ທີ່ຕ້ອງການສະຫນັບສະຫນູນສະຖຽນລະພາບ ແລະ ຄວາມສົມດຸນຂອງຕະຫຼາດນ້ຳມັນ.