ຈີນ ອອກເງິນກູ້ສະກຸນເງິນຢວນ ໃນຕ່າງປະເທດເປັນຄັ້ງທໍາອິດ

148

ເວບໄຊສຳນັກຂ່າວ globaltimes.cn ລາຍງານວ່າ: Deutsche Bank China ໄດ້ຮ່ວມມືກັບ Sao Simao Co ເຊິ່ງມີຖານຢູ່ໃນປະເທດບຣາຊິນ ແລະ ເປັນບໍລິສັດໃນເຄືອຂອງ State Power Investment Corporation (SPIC) ຂອງຈີນ ດຳເນີນການສະເໜີສິນເຊື່ອທີ່ໃຊ້ສະກຸນເງິນຢວນເປັນຄັ້ງທໍາອິດ ໃນຕະຫຼາດລາຕິນອາເມຣິກາ (Latin American market ຫຼື LatAm) ດ້ວຍການອອກເງິນກູ້ 400 ລ້ານຢວນ (54,77 ລ້ານໂດລາ) ໃນເງິນກູ້ໄລຍະສັ້ນ ແກ່ລູກຄ້າຕ່າງປະເທດ.

ທ່ານ Yin Zhen ຕົວແທນຂອງທະນາຄານ Deutsche Bank China ກ່າວວ່າ: ເງິນກູ້ຢືມດັ່ງກ່າວ ຖືເປັນທາງເລືອກໃໝ່ສຳລັບການຈັດຫາເງິນທຶນໃນຕ່າງປະເທດຂອງອົງກອນຕ່າງໆ ແລະ ຍັງຖືເປັນກ້າວສຳຄັນໃນການເຮັດໃຫ້ເງິນຢວນ ກາຍເປັນສາກົນໃນຕະຫຼາດ LatAm.

ນີ້ແມ່ນໂຄງການຈັດຫາເງິນ Sao Simao ເປັນການຈັດຫາເງິນທຶນດ້ວຍເງິນຢວນໃນປະເທດ ແລະ ໂຄງສ້າງທຸລະກຳແລກປ່ຽນຂ້າມສະກຸນເງິນ ສຳລັບເງິນຢວນ ແລະ ເງິນຣຽວຂອງບຣາຊິນ ເພື່ອລ໊ອກອັດຕາດອກເບ້ຍຂອງເງິນກູ້ແທ້ຈິງ ໃນຖານະທະນາຄານຫນຶ່ງດຽວທີ່ໄດ້ຮັບການສະໜັບສະໜູນຈາກຕ່າງປະເທດໃນໂຄງການນີ້.

Deutsche Bank China ໄດ້ຮ່ວມມືກັບສາຂາໃນບຣາຊິນ, ສະຫະລັດອາເມຣິກາ, ລອນດອນ ຂອງອັງກິດ, ສິງກະໂປ ແລະ ຮົງກົງ. ນອກຈາກນີ້, ຍັງໃຊ້ປະໂຫຍດຈາກການສະໜັບສະໜູນສະພາບຄ່ອງທົ່ວໂລກ ແລະ ຄວາມໄດ້ປຽບດ້ານລາຄາ ເພື່ອຕອບສະໜອງ ຄວາມຕ້ອງການຂອງລູກຄ້າໃນການຄວບຄຸມອັດຕາແລກປ່ຽນ.

ຂະນະທີ່, ຕົວແທນຈາກ SPIC ກ່າວວ່າ: ໂຄງການດັ່ງກ່າວ ຖືເປັນການນໍາເງິນຢວນໄປໃຊ້ໃນຕະຫຼາດ LatAm ຢ່າງເລິກເຊິ່ງ ແລະ ຈະຊ່ວຍໃຫ້ບໍລິສັດໃນຕ່າງປະເທດ ທີ່ໄດ້ຮັບການສະໜັບສະໜູນຈາກຈີນ ໄດ້ສຳຫຼວດຄວາມເປັນສາກົນຂອງເງິນຢວນ ແລະ ຄວາມກ້າວໜ້າຕໍ່ໄປໃນໂຄງການລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.

ຂະນະດຽວກັນ, ກະຊວງເສດຖະກິດຂອງອາກຊັງຕິນ ກໍປະກາດເມື່ອບໍ່ດົນຜ່ານມາວ່າ ຈະໃຊ້ເງິນຢວນອີກຄັ້ງ ເພື່ອຊໍາລະໜີ້ ກອງທຶນການເງິນລະຫວ່າງປະເທດ (IMF) ໃນບາງສ່ວນ. ນອກນີ້, ຍັງລະບຸວ່າ: ກະຊວງຈະຊໍາລະໜີ້ຕ່າງປະເທດ ແລະ ດອກເບ້ຍ IMF ປະມານ 3,4 ຕື້ໂດລາໃນອະນາຄົດອັນໃກ້ນີ້ ເຊິ່ງສ່ວນໜຶ່ງຈະຈ່າຍໃນມູນຄ່າທຽບເທົ່າສະກຸນເງິນຢວນ ພາຍໃຕ້ຂໍ້ຕົກລົງແລກປ່ຽນສະກຸນເງິນທະວິພາຄີ ລະຫວ່າງ ທະນາຄານກາງ ຂອງທັງສອງປະເທດ.