ສີລັງກາ ຄາດວ່າຈຳນວນນັກທ່ອງທ່ຽວຈະບັນລຸເປົ້າ

35

ເວບໄຊສຳນັກຂ່າວ dailymirror.lk ລາຍງານວ່າ: ໜ່ວຍງານພັດທະນາການທ່ອງທ່ຽວສີລັງກາ (SLTDA) ເປີດເຜີຍວ່າ ໃນປີ 2023 ຈໍານວນນັກທ່ອງທ່ຽວຕ່າງປະເທດເຂົ້າມາສີລັງກາ ອາດຈະບໍ່ບັນລຸເປົ້າໝາຍ, ຫຼັງຈາກເກີນເປົ້າຫມາຍມາ 6 ເດືອນຕິດຕໍ່ກັນ ນັບແຕ່ເດືອນກຸມພາ – ເດືອນກໍລະກົດ, ກ່ອນຈະຕ່ຳກວ່າເປົ້າຫມາຍນັບແຕ່ເດືອນສິງຫາເປັນຕົ້ນມາ, ແຕ່ກະຊວງການທ່ອງທ່ຽວສີລັງກາຍັງເຊື່ອວ່າ ທ້າຍປີນີ້ ນັກທ່ອງທ່ຽວຈະເຂົ້າມາບັນລຸຕາມເປົ້າໝາຍທີ່ 1,55 ລ້ານຄົນ.

ຂໍ້ມູນຈາກ SLTDA ສະແດງໃຫ້ເຫັນວ່າ: ໃນໄລຍະ 31 ວັນຂອງເດືອນຕຸລາຜ່ານມາ ຈໍານວນນັກທ່ອງທ່ຽວທັງໝົດ 109.199 ຄົນ ຫຼຸດເປົ້າໝາຍທີ່ຕັ້ງໄວ້ 147.789 ຄົນ; ສ່ວນເດືອນກັນຍາ, ມີ 111.938 ຄົນ ຫຼຸດເປົ້າທີ່ວາງໄວ້ 120.201 ຄົນ ແລະ ເດືອນສິງຫາ ຫຼຸດເປົ້າທີ່ຕັ້ງໄວ້ 149.075 ຄົນ ແຕ່ມີພຽງ 136.405 ຄົນ.

ອຸດສາຫະກຳການທ່ອງທ່ຽວຂອງສີລັງກາໃນປີນີ້, ເລີ່ມຕົ້ນເດືອນທໍາອິດ ບໍ່ບັນລຸເປົ້າທີ່ຕັ້ງໄວ້ 105.689 ຄົນ ເຊິ່ງມີນັກທ່ອງທ່ຽວ 102.545 ຄົນ; ແຕ່ໄລຍະເດືອນທີ່ສອງ ຄືເດືອນກຸມພາ ເປັນເດືອນທໍາອິດຂອງປີ ທີ່ລື່ນເປົ້າໝາຍມາເປັນ 107.639 ຄົນ ຈາກທີ່ຕັ້ງໄວ້ 101.493 ຄົນ ແລະ ກໍລື່ນເປົ້າໝາຍມາເປັນ 6 ເດືອນຕິດຕໍ່ກັນ ໃນເດືອນກໍລະກົດ ທີ່ 143.039 ຄົນ ຈາກເປົ້າໝາຍ 197.594 ຄົນ. ຈາກນັ້ນ, ມາເດືອນສິງຫາ ຈໍານວນນັກທ່ອງທ່ຽວກໍກັບມາບໍ່ບັນລຸເປົ້າໝາຍທີ່ຕັ້ງໄວ້.

ຂະນະທີ່, ກະຊວງການທ່ອງທ່ຽວສີລັງກາ ກໍຍັງເຊື່ອໝັ້ນວ່າ ຈະມີຈໍານວນນັກທ່ອງທ່ຽວລື່ນເປົ້າໝາຍ ທີ່ 1,55 ລ້ານຄົນ ພາຍໃນປີ 2023. ຂະນະທີ່ ໃນໄລຍະ 10 ເດືອນຂອງປີນີ້, ສີລັງກາດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໄດ້ທັງໝົດ 1.125.455 ຄົນ ເຊິ່ງຄິດເປັນ 72% ຂອງເປົ້າໝາຍປະຈໍາປີທີ່ຕັ້ງໄວ້ ດ້ວຍເຫດນີ້ສີລັງກາ ຕ້ອງນໍານັກທ່ອງທ່ຽວຕ່າງປະເທດເຂົ້າມາຢ່າງນ້ອຍ 212.272 ຄົນໃນອີກ 2 ເດືອນທ້າຍປີນີ້.

ສີລັງກາ, ຍັງຄາດການວ່າ: ຈໍານວນນັກທ່ອງທ່ຽວຂາເຂົ້າລວມຈະຢູ່ທີ່ 204.114 ແລະ 242.135 ໃນເດືອນພະຈິກນີ້ ແລະ ເດືອນທັນວາ ຕາມລຳດັບ.