HBT 941 ສະຫຼອງແຊັມ ນະຄອນຫຼວງລີກ 2 ປະຈໍາປີ 2023 ຢ່າງເປັນທາງການ

73

ສະໂມສອນບານເຕະ HBT 941 ໄດ້ສະຫຼອງແຊັມ ນະຄອນຫຼວງລີກ 2 ( Vientiane Capital League 2 ) ຢ່າງເປັນທາງການ ໂດຍມີພິທີມອບຂັນແຊັມ, ຫຼຽນລາງວັນ ແລະ ເງິນລາງວັນ 50 ລ້ານກີບ ໃນວັນທີ 4 ພະຈິກ 2023 ທີ່ສະໜາມກີລາເຈົ້າອານຸວົງ ໂດຍໃຫ້ກຽດມອບລາງວັນໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ທັງເປັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າບໍລິສັດ ລາວໂຕໂຢຕ້າ ບໍລິການຈຳກັດ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນແມ່ນພົບກັນໝົດແບບໄປ-ກັບ ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024 ແຕ່ຕ້ອງມີເງື່ອນໄຂຄົບຖວ້ນຕາມສະຫະພັນບານເຕະແຫ່ງຊາດລາວກຳນົດໄວ້.

ຜ່ານການແຂ່ງຂັນປາກົດວ່າ: HBT 941 ລົງສະໜາມ 22 ນັດ ຊະນະ 17 ນັດ, ສະເໝີ 3 ນັດ ແລະ ເສຍ 2 ນັດ ຄວ້າແຊັມໄປຄອງ, ອັນດັບ 2 ເອັຟຊີ ຈັນທະບູລີ 2-3 ປະຕູ ລົງສະໜາມ 22 ນັດ ຊະນະ 15 ນັດ, ສະເໝີ 5 ນັດ ແລະ ເສຍ 2 ນັດລວມມິ 50 ຄະແນນ, ອັນດັບ 3 ຄິງດອມ, ທີ 4 ເມືອງຫາດ, ອັນດັບ 5 ເຄເອັມທີ ເອັຟຊີ ແລະ ອັນດັບ 6 ໄອສະປອດ, ອັນດັບ 7 ເອັດທີທີ, ອັນດັບ 8 ມຊ, ອັນດັບ 9 ເອັສອີຊີ, ອັນດັບ 10 ຈັນສີ, ອັນດັບ 11 ທີນິຕີ ແລະ ອັນດັບ 12 ເຄພີເອັສ.

ໂດຍແຊັມໄດ້ຮັບຂັນເງິນ ຂັນແຊັມ 1 ໜ່ວຍ, ຫຼຽນລາງວັນ ແລະ ເງິນສົດ 50.000.000 ກີບ ນອກຈາກນັ້ນ ກໍຍັງມີລາງວັນຕ່າງໆ ເປັນຕົ້ນລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ ໂດຍສະເພາະລາງວັນດາວຍິງສູງສຸດແມ່ນຕົກເປັນຂອງ ນິລິນ ຫຼວງສີສົມບັດ ກອງໜ້າຈາກສະໂມສອນ ໄອສະປອດ ເໝົາຍິງຄົນດຽວ 25 ປະຕູ ໄດ້ຮັບເກີບຄຳ ແລະ ເງິນສົດ 1,5 ລ້ານກີບ.
ຂ່າວ: Larh Creators