ກໍາປູເຈຍ – ຫວຽດນາມ ເພີ່ມທະວີການຮ່ວມມືດ້ານການຂົນສົ່ງ ໂລຈິສຕິກ

32

ເວບໄຊສຳນັກຂ່າວ khmertimeskh.com ລາຍງານວ່າ: ທ່າເຮືອ ພະນົມເປນ (PPAP) ຂອງກຳປູເຈຍ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ Saigon Newport Corporation (SNP) ຂອງຫວຽດນາມ ເຊິ່ງດຳເນີນການທ່າເຮືອຫວຽດນາມ ເພື່ອເພີ່ມປະສິດທິພາບ ແລະ ຫຼຸດຕົ້ນທຶນການຂົນສົ່ງລະຫວ່າງສອງຝ່າຍ.

ຂະນະທີ່, ກຳປູເຈຍ ກຳລັງສ້າງທ່າເຮືອຍ່ອຍ ເພີ່ມຕື່ມຕາມແລວແມ່ນໍ້າໂຕນເລສາບ (Tonle Sap) ແລະ ແມ່ນໍ້າຂອງ ເພື່ອເຊື່ອມຕໍ່ກັບພື້ນທີ່ອຸດສາຫະກຳ ແລະ ກະສິກຳ ທີ່ສຳຄັນ ເຊິ່ງເມື່ອບໍ່ດົນຜ່ານມານີ້ ພິທີລົງນາມ ໄດ້ຈັດຂຶ້ນທີ່ກອງປະຊຸມເຊີງປະຕິບັດການ SNP ເພື່ອສຳຫຼວດເຖິງວິທີເສີມສ້າງຄວາມເຊື່ອມໂຍງ ແລະ ພັດທະນາເສັ້ນທາງໂລຈິສຕິກ.

ທ່ານ Hei Phanin ຮອງຜູ້ອຳນວຍການ PPAP ກ່າວວ່າ: ການຂົນສົ່ງລະຫວ່າງຫວຽດນາມ ແລະ ກຳປູເຈຍ ມີການພັດທະນາຢ່າງວ່ອງໄວ ໃນໄລຍະບໍ່ເທົ່າໃດປີຜ່ານມາ ເຊິ່ງຮັດແໜ້ນຄວາມສຳພັນ ຕາມແລວຊາຍແດນຮ່ວມກັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

PPAP ມີຄວາມມຸ່ງໝັ້ນຢ່າງຍິ່ງ ທີ່ຈະສະໜັບສະໜູນນະໂຍບາຍຂອງລັດຖະບານກຳປູເຈຍ ໃນການພັດທະນາເສດຖະກິດກຳປູເຈຍ ໂດຍປັບປຸງໂຄງສ້າງພື້ນຖານ ແລະ ການບໍລິການ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ, ພວກເຮົາກຳລັງສ້າງທ່າເຮືອຍ່ອຍເພີ່ມຕື່ມ ຕາມແມ່ນໍ້າໂຕນເລສາບ ແລະ ແມ່ນໍ້າຂອງ ເພື່ອເຊື່ອມຕໍ່ບໍລິການຂອງພວກເຮົາ ກັບພື້ນທີ່ອຸດສາຫະກຳ ແລະ ກະສິກຳ ທີ່ສຳຄັນ. ສິ່ງນີ້, ຈະຊ່ວຍຫຼຸດຕົ້ນທຶນການຂົນສົ່ງ ແລະ ກຳຈັດບັນຫາດ້ານໂລຈິສ ຕິກທີ່ອາດເກີດຂຶ້ນ, ຮອງຜູ້ອຳນວຍການ PPAP ກ່າວ.

ພ້ອມດຽວກັນ, ກໍມີຜູ້ຊ່ຽວຊານດ້ານໂລຈິສຕິກຂອງ SNP ຈະມີສ່ວນຮ່ວມໃນການຮັດແຫນ້ນການຮ່ວມມື ແລະ ການສົ່ງເສີມບໍລິການການຂົນສົ່ງທີ່ແຂງແຮງ ສຳລັບຫວຽດນາມ-ກຳປູເຈຍ ເພື່ອໃຫ້ໝັ້ນໃຈວ່າ ການດຳເນີນງານໃນຕ່ອງໂສ້ການສະໜອງ ເປັນໄປຢ່າງສະດວກສະບາຍ ແລະ ມີປະສິດທິພາບ.