ລັດຖະບານ ຈະເອົາໃຈໃສ່ແກ້ໄຂ 8 ຈຸດຄົງຄ້າງ ໃນການພັດທະນາເສດຖະກິດ – ສັງຄົມ

91

 

ການຈັດຕັ້ງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ຜ່ານເຄິ່ງສະໄໝ ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 4,03%, ສໍາລັບປີ 2023 ຄາດວ່າຈະບັນລຸໄດ້ 4,2%. ແຕ່ກໍເຫັນວ່າຍັງມີ 8 ຈຸດຄົງຄ້າງ ທີ່ລັດຖະບານຈະຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າ ໂດຍສະເພາະການຜະລິດສິນຄ້າ ແລະ ການບໍລິການ ເພື່ອທົດແທນການນຳເຂົ້າ, ການຄຸ້ມຄອງເງິນຕາ, ການຂະຫຍາຍຖານລາຍຮັບທີ່ໝັ້ນຄົງ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນກາງສະໄໝ 5 ປີ ຄັ້ງທີ IX ( 2021 – 2025 ), ທິດທາງແຜນການທ້າຍສະໄໝຮອດປີ 2025 ແລະ ການຈັດຕັ້ງແຜນປະຈຳປີ 2023 ແລະ ທິດທາງແຜນການ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ບາງຕອນວ່າ: ເຖິງວ່າມີຜົນສໍາເລັດທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານໃນໄລຍະກາງສະໄໝ ແລະ ປະຈຳປີ 2023. ແຕ່ລັດຖະບານ ເຫັນວ່າຍັງມີດ້ານທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນ:


1). ການຊີ້ນຳ – ບັນຊາ ຂອງບາງຂະແໜງການສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນເດັດຂາດ ແລະ ເຂັ້ມງວດ, ຄວາມສະດຸ້ງໄວຕໍ່ຜົນກະທົບຈາກພາຍນອກ ແລະ ການວາງມາດຕະການແກ້ໄຂຍັງບໍ່ສອດຄ່ອງ ແລະ ທັນການ; ຄວາມເປັນເຈົ້າການໃນການປະສານງານລະຫວ່າງຂະແໜງການດ້ວຍກັນ ຍັງບໍ່ເປັນເຈົ້າການ ຍັງມີລັກສະນະເອື່ອຍອີງໃສ່ຂັ້ນເທິງເປັນຜູ້ບັນຊາ ແລະ ປະສານໃຫ້.
2). ການຜະລິດສິນຄ້າ ແລະ ການບໍລິການ ເພື່ອທົດແທນການນຳເຂົ້າ ແລະ ສິນຄ້າ ເພື່ອສົ່ງອອກຕິດພັນກັບການປັບປຸງລັດວິສາຫະກິດ ແລະ ກຸ່ມການຜະລິດຕ່າງໆຍັງບໍ່ທັນແຂງແຮງ.
3). ການຄຸ້ມຄອງເງິນຕາ ເຖິງແມ່ນວ່າໄດ້ດໍາເນີນທຸກມາດຕະການຕາມເງື່ອນໄຂທີ່ມີແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງພົບຄວາມຫຍຸ້ງຍາກ ເຮັດໃຫ້ອັດຕາແລກປ່ຽນຍັງສືບຕໍ່ຜັນຜວນ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ບໍ່ທັນສາມາດຄວບຄຸມໄດ້ຕາມຄາດໝາຍທີ່ວາງໄວ້.

4). ການຂະຫຍາຍຖານລາຍຮັບທີ່ໝັ້ນຄົງຍັງບໍ່ທັນສົມຄູ່ກັບທ່າແຮງບົ່ມຊ້ອນ, ການຫັນເປັນທັນສະໄໝໃນທຸກຂົງເຂດວຽກງານ ລວມທັງການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງທີ່ຄຸ້ມຄອງ ແລະ ນຳໃຊ້ລະບົບທັນສະໄໝດັ່ງກ່າວຍັງບໍ່ທັນໄດ້ບັນລຸຕາມແຜນການ.
5). ການຄຸ້ມຄອງເສດຖະກິດ – ສັງຄົມ ເປັນຕົ້ນການຄຸ້ມຄອງການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍ ຍັງມີຊ່ອງວ່າງຮົ່ວໄຫຼຢູ່; ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຍັງບໍ່ທັນເຮັດໄດ້ດີ ແລະ ບໍ່ທັນມີປະສິດທິຜົນສູງ; ການອະນຸມັດການລົງທຶນຂອງເອກະຊົນມີຈຳນວນຫຼວງຫຼາຍ ແຕ່ການຕິດຕາມກວດກາການຈັດຕັ້ງປະຕິບັດຍັງບໍ່ທັນເຮັດໄດ້ດີ; ການບຸກລຸກ 3 ປະເພດປ່າ ເພື່ອທຳມາຫາກິນ ແລະ ສະພາບການຈູດປ່າ – ໄຟໄໝ້ລາມປ່າແມ່ນເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ, ອັນສົ່ງຜົນກະທົບບໍ່ໜ້ອຍຕໍ່ສະພາບແວດລ້ອມທາງທຳມະຊາດ ແລະ ສັງຄົມ ຢູ່ຫຼາຍບໍລິເວນ ແລະ ອື່ນໆ.
6). ການພັດທະນາຂົງເຂດສັງຄົມເຖິງວ່າໄດ້ມີຄວາມພະຍາຍາມ ແຕ່ບາງດ້ານຍັງບໍ່ທັນຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຍັງຊັກຊ້າ ຮອດປັດຈຸບັນຍັງມີຄອບຄົວທຸກຍາກ 257.670 ຄອບຄົວ ( 20,87% ), ບ້ານທຸກຍາກ 2.964 ບ້ານ ( 35,27% ), ເມືອງທຸກຍາກ 84 ເມືອງ ( 56,75% ) ເຊິ່ງເປັນສິ່ງທ້າທາຍຕໍ່ການບັນລຸຄາດໝາຍທີ່ສະພາແຫ່ງຊາດຮັບຮອງໃນແຜນ 5 ປີ ຄັ້ງທີ IX ແລະ ແຜນປະຈຳປີ 2023.


7). ການແກ້ໄຂບັນຫາປາກົດການຫຍໍ້ທໍ້ທາງດ້ານສັງຄົມ ຍັງສືບຕໍ່ເປັນສິ່ງທ້າທາຍ ເປັນຕົ້ນ: ບັນຫາອຸບັດເຫດຕາມທ້ອງຖະໜົນ, ການປຸ້ນຈີ້, ການຄາຕະກຳ, ການຂີ້ລັກງັດແງະ, ການຄ້າຂາຍຢາເສບຕິດ, ອາວຸດເຖື່ອນການກໍ່ອາດຊະຍາກຳ ແລະ ອື່ນໆ ຍັງມີທ່າອ່ຽງເພີ່ມຂຶ້ນ. ພ້ອມກັນນັ້ນ, ສະພາບການສ້າງຂ່າວປອມ, ຂ່າວບິດເບືອນ ແລະ ຂ່າວລືຜ່ານສື່ສັງຄົມອອນລາຍ ທີ່ມີເນື້ອໃນໂຈມຕີລະບອບການເມືອງ – ການປົກຄອງ ແລະ ການນຳພັກ – ລັດ, ການຍຸແຍ່ງແບ່ງແຍກ ແລະ ລະດົມໃຫ້ໄປນິຍົມຊົມຊອບປະເທດອື່ນຫຼາຍກວ່າຄວາມຮັກຊາດຕົນເອງແມ່ນນັບມື້ຮຸນແຮງຂຶ້ນ, ມີຫຼາຍຮູບແບບຂະຫຍາຍເປັນວົງກວ້າງ ອັນໄດ້ສ້າງຄວາມບໍ່ສະຫງົບໃນສັງຄົມ ກະທົບຕໍ່ບົດບາດການນຳພາຂອງພັກບໍ່ຫຼາຍກໍໜ້ອຍ ແຕ່ການແກ້ໄຂ, ອະທິບາຍຊີ້ແຈງ ແລະ ນຳພາແນວຄິດຂອງພາກສ່ວນກ່ຽວຂ້ອງຍັງບໍ່ທັນກັບສະພາບການ.
8). ລະບອບ, ລະບຽບ ແລະ ກົນໄກການຄຸ້ມຄອງ, ບໍລິຫານວຽກງານ ເຖິງວ່າໄດ້ມີຄວາມພະຍາຍາມປັບປຸງ ແລະ ພັດທະນາ, ແຕ່ກໍຍັງບໍ່ທັນສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຕົວຈິງ, ກົນໄກແກ້ໄຂວຽກງານ, ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນການເຄື່ອນໄຫວຕ່າງປະເທດຂອງການນຳພັກ – ລັດ ຍັງມີຫຼາຍຂັ້ນຂອດ, ມີຄວາມຊັກຊ້າ ແລະ ຫຼາຍໂຄງການທີ່ຍັງບໍ່ທັນສຳເລັດ.
[ ຂ່າວ: ຄຳນ້ອຍ; ຮູບ: ຄູນທະວີໄຊ ]