“ ບົດບາດຂອງອຸດສາຫະກຳປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ ”

57

ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມສໍາມະນາແລກປ່ຽນຄວາມຮູ້ ໃນຫົວຂໍ້: “ ບົດບາດຂອງອຸດສາຫະກຳປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ ” ຂຶ້ນໃນວັນທີ 10 ພຶດສະພາ 2024.

ເປັນປະທານກ່າວເປີດງານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ); ມີຫົວໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ, ນັກຄົ້ນຄວ້າຈາກມະຫາວິທະຍາໄລ – ສະຖາບັນທີ່ກ່ຽວຂ້ອງ ພ້ອມດ້ວຍນັກສຶກສາ.

ທ່ານ ນາງ ຈັນສຸກ ແສງພະຈັນ ກ່າວວ່າ: ໂຄງການຄົ້ນຄວ້ານີ້ແມ່ນໄດ້ຮັບການສະໜັບສະໜູນຈາກມະຫາວິທະຍາໄລ ມິຊີແກນ ປະເທດສະຫະລັດອາເມຣິກາ ພາຍໃຕ້ PRCI. ຈຸດປະສົງຂອງໂຄງການ ແມ່ນເພື່ອສຶກສາເຖິງບົດບາດຂອງອຸດສາຫະກໍາປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ.

ອຸດສາຫະກໍາປຸງແຕ່ງຜະລິດຕະພັນຈາກກະສິກໍາ ໂດຍສະເພາະແມ່ນມັນຕົ້ນ ແມ່ນໜຶ່ງໃນອຸດສາຫະກໍາທີ່ສໍາຄັນ ປະກອບສ່ວນເຂົ້າໃນໂຄງປະກອບເສດຖະກິດ – ສັງຄົມ, ຕິດພັນກັບການສ້າງວຽກເຮັດງານທໍາ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ.
ອີງຕາມສະຖິຕິປີ ພື້ນທີ່ປູກມັນຕົ້ນແມ່ນເພີ່ມຂຶ້ນຈາກ 100.000 ເຮັກຕາ ໃນປີ 2020 ເປັນ 249.279 ເຮັກຕາ ໃນປີ 2023 ມູນຄ່າການສົ່ງອອກ ເພີ່ມຂຶ້ນຈາກ 193 ລ້ານໂດລາ ເປັນ 333 ລ້ານໂດລາ. ປະຊາຊົນລາວນິຍົມປູກມັນຕົ້ນ ສ່ວນໃຫຍ່ແມ່ນຢູ່ບັນດາແຂວງທາງພາກກາງ ແລະ ພາກໃຕ້ ທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ຍ້ອນຄວາມຕ້ອງການຂອງຕະຫຼາດ ແລະ ລາຄາສູງ.


ການສົ່ງເສີມການປູກຢູ່ທ້ອງຖິ່ນສ່ວນຫຼາຍ ແມ່ນສົ່ງຂາຍມັນແຫ້ງ ແລະ ມັນດິບຜ່ານພໍ່ຄ້າ ແລະ ຂາຍໂດຍກົງໃຫ້ໂຮງງານ ເພື່ອປຸງແຕ່ງເປັນແປ້ງມັນຕົ້ນ ເພື່ອຈໍາໜ່າຍທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ຄື: ປະເທດໄທ, ສສ ຫວຽດນາມ ແລະ ສປ ຈີນ. ດັ່ງນັ້ນ ໂຄງການນີ້ຈຶ່ງສົນໃຈສຶກສາບົດບາດຂອງອຸດສາຫະກໍາປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ ເພື່ອເປັນຂໍ້ມູນໃນການກໍານົດນະໂຍບາຍເພື່ອສົ່ງເສີມຕໍ່ໄປ.

ປັດຈຸບັນ ການຄົ້ນຄວ້າດັ່ງກ່າວໄດ້ສໍາເລັດ ແລະ ໄດ້ຮັບການປະກອບຄໍາເຫັນຈາກຜູ້ຊ່ຽວຊານຈາກພາຍນອກແລ້ວ. ຈຸດປະສົງຂອງກອງປະຊຸມໃນມື້ນີ້ ແມ່ນເພື່ອນໍາສະເໜີຜົນການຄົ້ນຄວ້າດັ່ງກ່າວ ແລະ ແລກປ່ຽນທາງດ້ານວິຊາການ ເພື່ອເປັນຂໍ້ມູນໃນການປັບປຸງ ແລະ ສະເໜີແນະທາງດ້ານນະໂຍບາຍໃນການສົ່ງເສີມບົດບາດຂອງຂະແໜງອຸດສາຫະກໍາປຸງແຕ່ງມັນຕົ້ນຂອງ ສປປ ລາວ ເພື່ອເຂົ້າຮ່ວມຕ່ອງໂສ້ມູນຄ່າເພີ່ມ ໃນລະດັບພາກພື້ນໃຫ້ເກີດປະໂຫຍດສູງສຸດ.

ໃນກອງປະຊຸມ ໄດ້ນໍາສະເໜີກ່ຽວກັບໂຄງການຄົ້ນຄວ້າດ້ານນະໂຍບາຍ, ການສ້າງຄວາມອາດສາມາດ ແລະ ການກະທົບຕໍ່ການຈັດຕັ້ງປະຕິບັດວຽກງານໃນ ສປປ ລາວ ນໍາສະເໜີໂດຍ ທ່ານ ປອ. ສຸເລດ ມາບູ ນັກຄົ້ນຄວ້າອາວຸໂສ/ຫົວໜ້າພະແນກເສີມສ້າງຄວາມອາດສາມາດໃຫ້ບຸກຄະລາກອນ, ສະຖາບັນຄົ້ນຄວ້ານະໂຍບາຍອາຫານລະ ຫວ່າງປະເທດ, IFPR ແລະ ໄດ້ຈັດເວທີສໍາມະນາເຜີຍແຜ່ບົດຄົ້ນຄວ້າຫຼາຍຫົວຂໍ້ ເຊັ່ນ: ຄົ້ນຄວ້າບົດບາດຂອງອຸດສາຫະກຳປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ງມູນຄ່າເພີ່ມລະດັບພາກພື້ນ ໂດຍລົງເລິກກ່ຽວກັບສະພາບທົ່ວໄປຂອງອຸດສາຫະກຳປຸງແຕ່ງມັນຕົ້ນ, ບົດຮຽນທີ່ຜ່ານມາ ແລະ ທົບທວນຄືນທິດສະດີ.

ນອກຈາກນັ້ນ, ໄດ້ແລກປ່ຽນບົດບາດຂອງອຸດສາຫະກຳປຸງແຕ່ງມັນຕົ້ນຂອງ ສປປ ລາວ ຢູ່ໃນຕ່ອງໂສ້ມູນຄ່າເພີ່ມລະດັບພາກພື້ນ ກ່ຽວກັບວິທີການສຶກສາ, ການວິເຄາະ ແລະ ຜົນການສຶກສາ; ນໍາສະເໜີແນະດ້ານນະໂຍບາຍ ແລະ ທິດທາງຄົ້ນຄວ້າໃນຕໍ່ໜ້າ.
ດຳເນີນການສົນທະນາໂດຍ ທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ.