ເປີດເທສະການອາຫານ ແລະ ໝາກໄມ້ໄທ ຢູ່ນະຄອນຫຼວງວຽງຈັນ

18

ໃນວັນທີ 9 ພຶດສະພາ 2024 ສຳນັກງານສົ່ງເສີມການຄ້າໄທໃນຕ່າງປະເທດທີ່ວຽງຈັນ ຮ່ວມກັບ ກ໊ອກ ກ໊ອກ ເອັມ ເມກາ ມາກ ( Kok Kok M Mart ) ສາຂາໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດງານເທສະການອາຫານ ແລະ ໝາກໄມ້ໄທ ( Thai Food and Fruit Festival 2024 ) ເຊິ່ງດຳເນີນໄປເຖິງວັນທີ 12 ພຶດສະພາ 2024.

ເຂົ້າຮ່ວມເປີດງານຂອງ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ທ່ານ ກະວິນ ວິຣິຍະພານິດ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໄທໃນຕ່າງປະເທດ ທີ່ວຽງຈັນ, ທ່ານ ວຽງທອງ ຈັນລີວົງ ປະທານກຳມະການບໍລິຫານ ກ໊ອກ ກ໊ອກ ເອັມ ເມກາ ມາກ ( Kok Kok M Mart ), ທ່ານ ທຳນອງ ພົນທອງມາກ ປະທານສະມາຄົມທຸລະກິດໄທ ໃນ ສປປ ລາວ, ພ້ອມດ້ວຍແຂກຜູ້ມີກຽດ, ຄະນະທູຕານຸທູດ, ພາກລັດ, ພາກເອກະຊົນ ແລະ ມວນຊົນເຂົ້າຮ່ວມງານ.


ທ່ານ ກະວິນ ວິຣິຍະພານິດ ກ່າວວ່າ: ການຈັດງານຄັ້ງນີ້ເປັນເວລາ 4 ມື້ ລະຫວ່າງວັນທີ 9 – 12 ພຶດສະພາ 2024 ເພື່ອສົ່ງເສີມສິນຄ້າອຸປະໂພກ – ບໍລິໂພກໄທ ໃນຕະຫຼາດລາວ ແລະ ສ້າງພາບຫຼັກທີ່ດີໃຫ້ກັບສິນຄ້າໄທຢ່າງຕໍ່ເນື່ອງ ຜັກດັນສິນຄ້າໄທເຂົ້າສູ່ຕະຫຼາດ ສປປ ລາວ ຜ່ານຊ່ອງທາງຊຸບເປີມາເກັດ ແລະ ຊ່ອງທາງອື່ນໆ.

ພາຍໃນງານມີການຈຳໜ່າຍສິນຄ້າອາຫານ ແລະ ໝາກໄມ້ໄທ ລວມເຖິງສິນຄ້າອຸປະໂພກ – ບໍລິໂພກຕ່າງໆ, ພ້ອມດ້ວຍການຈັດໂປຣໂມຊັນສິນຄ້າລາຄາພິເສດ, ການຈັດກິດຈະກຳພິເສດພາຍໃນງານ ເຊັ່ນ: ສາທິດການປຸງແຕ່ງອາຫານໄທ ຈາກຮ້ານ Thai SELECT ຕາມແບບສະບັບຕົ້ນຕຳຫຼັບໄທແທ້ໆ ພ້ອມແຈກຊີມຟຣີ, ການຈັດບຸບເຟ່ໝາກໄມ້ໄທ ແລະ ການຈຳໜ່າຍຂອງຫວານສຸດພິເສດ ສຳລັບໜ້າຮ້ອນນີ້ ເຊັ່ນ: ເຂົ້າໜຽວໝາກມ່ວງເປັນຕົ້ນ. ການຈັດງານໃນຄັ້ງນີ້ ນອກຈາກຈະເປັນການນຳສະເໜີສິນຄ້າລາຄາພິເສດໃຫ້ແກ່ຜູ້ບໍລິໂພກແລ້ວ ຍັງມີການຈັດກິດຈະກຳອື່ນໆພາຍໃນງານອີກດ້ວຍ.


ທ່ານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ກ່າວບາງຕອນວ່າ: ດີໃຈ ແລະ ເປັນກຽດ ທີ່ໄດ້ມາຮ່ວມງານ Thai Food and Fruit Festival 2024 ທີ່ ກ໊ອກ ກ໊ອກ ເອັມ ເມກາ ມາກ, ງານນີ້ແມ່ນມີຄວາມສຳຄັນໃນການສົ່ງເສີມການຄ້າໃນຕ່າງປະເທດ ( ວຽງຈັນ ) ເຊິ່ງຈັດຂຶ້ນທຸກໆປີ ໂດຍຮວບຮວມສິນຄ້າປະເພດອາຫານ ແລະ ໝາກໄມ້ໄທ ທີ່ມີຄຸນນະພາບ ແລະ ມາດຕະຖານມາຈຳໜ່າຍໃນງານ ລວມທັງສິນຄ້າອຸປະໂພກ – ບໍລິໂພກຫຼາກຫຼາຍຊະນິດ ໃຫ້ທ່ານໄດ້ເລືອກຊີມເລືອກຊື້ໄດ້ຢ່າງສະດວກສະບາຍ.

ທ່ານ ວຽງທອງ ຈັນລີວົງ ກ່າວບາງຕອນວ່າ: ຂອບໃຈສຳນັກງານສົ່ງເສີມການຄ້າໄທໃນຕ່າງປະເທດ ຢູ່ນະຄອນຫຼວງວຽງຈັນ ທີ່ຮ່ວມກັບ ກ໊ອກ ກ໊ອກ ເອັມ ເມກາ ມາກ ( Kok Kok M Mart ) ໄດ້ຈັດງານນີ້ຂຶ້ນມາ ເພື່ອຮ່ວມກັນສົ່ງເສີມສິນຄ້າອຸປະໂພກ – ບໍລິໂພກໃນໄທ ເພື່ອມາວາງຈຳໜ່າຍຢູ່ຕະຫຼາດ ສປປ ລາວ ຜ່ານຊ່ອງທາງຊຸບເປີມາເກັດ. ກ໊ອກ ກ໊ອກ ເອັມ ເມກາ ມາກ ( Kok Kok M Mart ) ຮູ້ສຶກຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມສ້າງໂອກາດໃຫ້ກັບຜູ້ປະກອບການໄທ ໄດ້ນຳສິນຄ້າດີໆມານຳສະເໜີໃຫ້ກັບຜູ້ບໍລິໂພກຊາວລາວ ແລະ ຕ່າງຊາດໃນນະຄອນຫຼວງວຽງຈັນ ໄດ້ຊີມ ແລະ ຮູ້ຈັກຫຼາຍຂຶ້ນ.