ທ່າອ່ຽງລາຄາຄໍາ

19

ການແຂງຄ່າຂອງສະກຸນເງິນໂດລາ, ເງິນກີບສືບຕໍ່ອ່ອນຄ່າ ແລະ ປັດໄຈລາຄາຄໍາຕະຫຼາດໂລກຍັງເພີ່ມຂຶ້ນ ເຮັດໃຫ້ລາຄາຄໍາຮູບປະພັນໃນລາວຜ່ານມາຈຸລະດັບ 28 ລ້ານກວ່າກີບ ເຊິ່ງຍັງມີຫຼາຍປັດໄຈອາດຍູ້ລາຄາຄຳສູງຂຶ້ນອີກ.

ອີງຕາມແຫຼ່ງຂໍ້ມູນຈາກ ເພຈ໌ ຮ້ານຄໍາພູວົງ Phouvong Jewelry ເຫັນໄດ້ວ່າ: ລາຄາຄໍາຮູບປະພັນ ( ລາຄາຂາຍ ) ໃນເດືອນເມສາ 2024 ເພີ່ມຂຶ້ນສູງເປັນປະຫວັດການຍັບໃກ້ຫຼັກ 30 ລ້ານກີບຕໍ່ບາດ ໂດຍໄລຍະຕົ້ນເດືອນເມສາ ( 1 ເມສາ ) ລາຄາຄໍາຢູ່ທີ່ 26.719.000 ກີບຕໍ່ບາດ ຕໍ່ມາຈຸລະດັບ 27.339.000 ກີບຕໍ່ບາດ ໃນວັນທີ 5 ເມສາ ແລະ 28 ລ້ານກວ່າກີບຕໍ່ບາດ ໃນວັນທີ 9 ເມສາ ພ້ອມປັບຂຶ້ນສູງສຸດເຖິງ 28.809.000 ກີບ ໃນວັນທີ 20 ເມສາ ກ່ອນຈະປິດທ້າຍເດືອນດ້ວຍລາຄາ 28.229.000 ກີບຕໍ່ບາດ.
ສ່ວນໃນເດືອນພຶດສະພາ 27 ລ້ານກວ່າກີບ ໃນວັນທີ 1 ແລະ 28 ລ້ານກວ່າກີບ ໃນວັນທີ 2 ຈາກນັ້ນກໍຢູ່ໃນລະດັບ 27 ລ້ານກວ່າກີບມາຕະຫຼອດ ( ລາຄາຮອດວັນທີ 10 ພຶດສະພາ ).


ຕໍ່ກັບການເໜັງຕີງຂອງລາຄາຄໍາຄືດັ່ງກ່າວ, ທ່ານ ຈັນທະວົງ ພະມີສິດ ຮອງປະທານສະມາຄົມຄໍາ, ອັນຍະມະນີ ແລະ ເຄື່ອງປະດັບລາວ ມີທັດສະນະວ່າ: ເນື່ອງຈາກລາຄາຄໍາໃນຕະຫຼາດໂລກເພີ່ມຂຶ້ນຢ່າງຮຸນແຮງ ເຮັດໃຫ້ລາຄາຄໍາໃນຕະຫຼາດລາວເພີ່ມຂຶ້ນໄປຕາມ; ອີກໜຶ່ງໃນປັດໄຈທີ່ເຮັດໃຫ້ລາຄາຄໍາຂຶ້ນ ແມ່ນຍ້ອນການຂຶ້ນດອກເບ້ຍຂອງທະນາຄານກາງອາເມຣິກາ ສົ່ງຜົນໃຫ້ເງິນປະເທດຕ່າງໆອ່ອນຄ່າ ແລະ ລາຄາຄໍາກໍປັບຕົວສູງຂຶ້ນ ປະກອບກັບຫຼາຍໆປະເທດມີການເກັບຊື້ຄໍາໄວ້ສະສົມເປັນຈໍານວນຫຼາຍ.
ທ່ານຮອງປະທານສະມາຄົມ ຍັງກ່າວວ່າ: ຕາມແຫຼ່ງຂ່າວຕ່າງປະເທດມີການຄາດການວ່າ ລາຄາຍັງຈະມີການປັບຂຶ້ນ; ຫາກສົມທຽບໃສ່ເງິນກີບພາຍໃນປີນີ້ ລາຄາຄໍາມີໂອກາດເໜັງຕີງປະມານ 30 – 35 ລ້ານກີບຕໍ່ບາດ ແຕ່ບໍ່ໄດ້ມີການຄົ້ນຄວ້າວິເຄາະພາຍໃນພວກເຮົາວ່າຈະມີການປ່ຽນແປງດ້ານລາຄາຄືແນວໃດ?.

“ ຄໍາ ເປັນຊັບສິນທີ່ປອດໄພໃນການຄອບຄອງ ແລະ ການລົງທຶນ ເຖິງຈະລາຄາສູງແຕ່ຄົນກໍຍັງນິຍົມຊື້ ຖ້າເບິ່ງໃນໄລຍະຍາວລາຄາຄໍາຈະມີການແກວ່ງໂຕຂຶ້ນສະຫຼັບລົງ ແຕ່ໂດຍລວມມັນກໍຂຶ້ນຢູ່ສະເໝີ ”, ທ່ານ ຈັນທະວົງ ພະມີສິດ ກ່າວ.
ລາຄາຄໍາ ເລີ່ມຕົ້ນປີ 2024 ຢູ່ທີ່ 22 ລ້ານກວ່າກີບຕໍ່ 1 ບາດ; ເດືອນກຸມພາ ເພີ່ມຂຶ້ນທີ່ 23 ລ້ານກີບຕໍ່ 1 ບາດ; ຮອດເດືອນມີນາ ລາຄາຄໍາຮູບປະພັນສືບຕໍ່ເໜັງຕີງຂຶ້ນໆລົງໆ ໂດຍເລີ່ມຈາກ 24 ລ້ານກວ່າກີບຕໍ່ 1 ບາດ ໃນວັນທີ 2 ມີນາ ເພີ່ມຂຶ້ນເປັນ 25 ລ້ານກວ່າກີບຕໍ່ 1 ບາດ ໃນວັນທີ 11 ມີນາ ແລະ ປິດທ້າຍເດືອນທີ່ 26 ລ້ານກວ່າກີບຕໍ່ບາດ ໃນວັນທີ 30 ມີນາ 2024. ກ່ອນລາຄາຄໍາຈະຈຸລະດັບ 28 ລ້ານກວ່າກີບຕໍ່ບາດ ໃນເດືອນເມສາ ແລະ ຕົ້ນເດືອນພຶດສະພາ.