ໂຮງງານຣີໄຊເຄີລ ແບັດເຕີຣີ ແຫ່ງທີ 3 ຂອງສິງກະໂປ ຈະເພີ່ມກຳລັງຣີໄຊເຄີລຂຶ້ນ 30%

42

ເວບໄຊສຳນັກຂ່າວ straitstimes.com ຂອງສິງກະໂປລາຍງານວ່າ: ດ້ວຍຄວາມຫວັງຂອງທຸລະກິດຣີໄຊເຄີລແບັດເຕີລີ ຈະເຕີບໂຕຢ່າງໄວວາ ເມື່ອການນໍາເຂົ້າລົດໄຟຟ້າ (EV) ໂຮງງານ KGS ທີ່ເປັນໂຮງງານຣີໄຊເຄີລຂີ້ເຫຍື້ອອີເລັກໂຕຣນິກ ໄດ້ຂະຫຍາຍສາຂາໄປສູ່ການຣີໄຊເຄີລແບັດເຕີຣີ ດ້ວຍຂະໜາດໂຮງງານ 2 ແສນກວ່າຕາແມັດ ໃນ Tuas South Lane ເພື່ອເຊື່ອມຕໍ່ກັບພາກສ່ວນທຸລະກິດທີ່ເກີດໃໝ່.

ໂຮງງານ KGS ມີເປົ້າໝາຍທີ່ຈະໃຊ້ປະໂຫຍດຈາກການຂັບເຄື່ອນດ້ວຍພະລັງງານໄຟຟ້າ ໃນສິງກະໂປ, ພາກພື້ນ ແລະ ທົ່ວໂລກ ໂດຍທຶນໃນການຈັດຕັ້ງໂຮງງານນີ້ ມີປະມານ 2 ລ້ານໂດລາ ເຊິ່ງຈະມີສັກກະຍະພາບ ໃນການປະມວນຜົນແບັດເຕີຣີປະມານ 7 ໂຕນ ຕໍ່ວັນ (ຫາກເຮັດວຽກ 24 ຊົ່ວໂມງ).

ປັດຈຸບັນ, ວັດຖຸດິບຕັ້ງຕົ້ນຂອງແບັດເຕີຣີ ທີ່ KGS ມາຈາກອຸປະກອນເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ເປັນຫຼັກ ເຖິງແມ່ນວ່າແບັດເຕີຣີຈາກລົດຍົນໄຮບຣິດ ແລະ ສະກຸດເຕີໄຟຟ້າ ຈະເລີ່ມປາກົດຂຶ້ນແລ້ວກໍຕາມ.

ໂຮງານນີ້, ເປັນໂຮງງານຣີໄຊເຄີລແຫ່ງທີ 3 ຂອງສິງກາໂປ ເຊິ່ງ 2 ແຫ່ງທໍາອິດແມ່ນ TES Singapore ແລະ Se-cure Waste Management ຢູ່ໃນ Tuas ແລະ Jurong ຕາມລໍາດັບ.

ຂະນະທີ່, ທ່ານ ນາງ ເອມີ ຄໍຣ (Amy Khor) ລັດຖະມົນຕີອາວຸໂສແຫ່ງລັດ ດ້ານຄວາມຍືນຍົງ ແລະ ສິ່ງແວດລ້ອມຂອງສິງກະໂປ ໄດ້ເຂົ້າຮ່ວມງານເປີດໂຮງງານ KGS ເມື່ອວັນທີ 31 ຕຸລາຜ່ານມາ ກ່າວວ່າ: ໂຮງງານແຫ່ງນີ້ ຈະເພີ່ມກຳລັງການຜະລິດໃນການຣີໄຊ ເຄີລແບັດເຕີຣີຂອງສິງກະໂປເພີ່ມຂຶ້ນ 30% ເປັນ 11.000 ໂຕນຕໍ່ປີ.

ພ້ອມນີ້, ທ່ານ ນາງ ເອມີ ຄໍຣ ຍັງຢ້ຳວ່າ: ການຣີໄຊເຄີນແບັດເຕີຣີແມ່ນສຳຄັນ ເນື່ອງຈາກປະລິມານຂອງແບັດເຕີຣີ EV ທີ່ເພີ່ມຂຶ້ນ ເຊັ່ນດຽວກັບແບັດເຕີຣີ ລີທຽມໄອອອນ ຈາກອຸປະກອນ ICT ເຊິ່ງການຣີໄຊເຄີລຂີ້ເຫຍື້ອປະເພດນີ້ ເປັນກຸນແຈສຳຄັນໃນເປົ້າໝາຍຂອງສິງກະໂປ ໃນການຫຼຸດຂີ້ ເຫຍື້ອຝັງດິນລົງ 30% ພາຍໃນປີ 2030.