ຕຳແຈ່ວຜັກຕອມແຕັມ ເມນູທີ່ຫຼາຍຄົນບໍ່ເຄີຍເຮັດກິນ

44

ຜັກຕອມແຕັມ ສາມາດເຮັດກິນໄດ້ຫຼາຍເມນູ ເຊິ່ງໃບຈະຄ້າຍຄືກັບຕົ້ນໝາກເຜັດ ແຕ່ໝາກຂອງມັນຈະເປັນໜ່ວຍມົນໆນ້ອຍໆ ແລະ ລົດຊາດຜັກຕອມແຕັມຈະອອກຂົມໜ້ອຍໜຶ່ງ. ດັ່ງນັ້ນສາມາດເອົາມາເຮັດເມນູຕຳແຈ່ວໄດ້ ເຊິ່ງແຊບໄປອີກແບບ.

ວັດຖຸດິບ: ຜັກຕອມແຕັມ, ໝາກເຜັດດິບ, ຫົວຜັກທຽມ, ເກືອ, ແປ້ງນົວ, ຫອມປ້ອມ, ຫອມບົ່ວ ( ລ້າງປະເພດຜັກໃຫ້ສະອາດ ).

อาจเป็นรูปภาพของ ออริกาโน่ และ ข้อความ

ວິທີເຮັດ: ກ່ອນອື່ນໃຫ້ດັ່ງໄຟຈີ່ໝາກເຜັດ ແລະ ຫົວຜັກທຽມ ຫຼື ຈະໃສ່ໝໍ້ໄຟຟ້າຂົ້ວເອົາກໍໄດ້ ເມື່ອສຸກແລ້ວໃຫ້ຕັກອອກ, ຄ້າງໝໍ້ຕົ້ມນໍ້າ ເພື່ອຈະຕົ້ມຜັກຕອມແຕັມ ໂດຍໃສ່ເກືອເລັກໜ້ອຍ ເມື່ອນໍ້າຟົດແລ້ວໃຫ້ເອົາຜັກທີ່ສ້ອມລົງໄປຕົ້ມຈົນກວ່າຈະສຸກດີ ຈາກນັ້ນກໍຕັກອອກນຳໄປລ້າງນໍ້າສະອາດຈັກ 2 – 3 ຮອບ ພ້ອມປັ້ນນໍ້າໃຫ້ແຫ້ງດີ ແລ້ວມາຕັດເປັນເສັ້ນສັ້ນໆ.

ຈາກນັ້ນມາຕຳໝາກເຜັດດິບ ແລະ ຫົວຜັກທຽມ ພ້ອມໃສ່ເກືອ, ແປ້ງນົວ ຕຳໃຫ້ລະອຽດ ເມື່ອລະອຽດແລ້ວໃຫ້ເອົາຜັກຕອມແຕັມລົງໄປຕຳໃຫ້ລະອຽດຈາກນັ້ນກໍຊີມ ພ້ອມປຸງລົດຊາດໃຫ້ໄດ້ຕາມໃຈມັກ ແລ້ວຊອຍຫອມປ້ອມ ແລະ ຫອມບົ່ວລົງ ເທົ່ານີ້ທ່ານກໍໄດ້ແຈ່ວຜັກຕອມແຕັມກິນແລ້ວ.