9 ເດືອນ ຫົວເຫວີຍ ມີລາຍໄດ້ເພີ່ມຂຶ້ນ 2,4%

15

ເວບໄຊສຳນັກຂ່າວ http://en.people.cn ລາຍງານວ່າ: ຫົວເຫວີຍ ບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງຈີນ ເປີດເຜີຍວ່າ ບໍລິສັດມີລາຍໄດ້ເພີ່ມຂຶ້ນ 2,4% ເມື່ອທຽບເປັນລາຍປີ ຢູ່ໃນລະດັບ 456,6 ຕື້ຢວນ ຫຼື ປະມານ 63,6 ຕື້ໂດລາ ໃນໄລຍະ 3 ໄຕມາດປີນີ້.

ອັດຕາກຳໄລສຸດທິ ຢູ່ທີ່ 16% ໃນໄລຍະເວລາດັ່ງກ່າວ ເຊິ່ງບໍລິສັດເປີດເຜີຍວ່າ ປະສິດທິພາບໂດຍລວມ ເປັນໄປຕາມຄວາມຄາດຫວັງ.

ທ່ານ Hu Houkun ປະທານໝູນວຽນຂອງ ຫົວເຫວີຍ ກ່າວວ່າ: ໃນໄລະຍະ 6 ເດືອນຕົ້ນປີ 2023, ບໍລິສັດມີລາຍໄດ້ລວມ 3,109 ແສນລ້ານຢວນ ເພີ່ມຂຶ້ນ 3,1% ເມື່ອທຽບເປັນລາຍປີ ໂດຍມີອັດຕາກຳໄລສຸດທິ 15%.