ຂົ້ວໝາກບວບ ໃສ່ໄຂ່ ແລະ ກຸ້ງ

39

ໝາກບວບ ເປັນພືດຜັກທີ່ຫຼາຍຄົນມັກກິນ ເນື່ອງຈາກມີສານອາຫານດ້ານໂພຊະນາການຫຼາຍຢ່າງ ໂດຍສ່ວນຫຼາຍແມ່ນຈະເອົາໄປຕົ້ມ, ແກງ ແຕ່ຫຼາຍຄົນບໍ່ຄ່ອຍເອົາໄປຂົ້ວ. ດັ່ງນັ້ນມື້ນີ້ເຮົາຈະພາທ່ານມາເຮັດຂົ້ວໝາກບວບໃສ່ໄຂ່ ແລະ ກຸ້ງ.

ไม่มีคำอธิบายรูปภาพ

ວັດຖຸດິບ: ໝາກບວບອ່ອນ 4 – 6, ນໍ້າມັນພືດ, ໄຂ່ໄກ່ 2 ໜ່ວຍ, ກຸ້ງ 5 – 10 ໂຕ, ຫົວຜັກທຽມ 6 – 10 ກີບ

, ໝາກເຜັດ 2 – 3 ໜ່ວຍ ແລະ ຂີງ ( ບໍ່ມັກບໍ່ໃສ່ກໍໄດ້ ), ຄະນໍ, ນໍ້າປາ, ນໍ້າຕານ, ຊັອດຫອຍ, ພິກໄທດຳ, ສ່ວນແປ້ງນົວທ່ານໃດບໍ່ກິນບໍ່ໃສ່ກໍໄດ້.

ไม่มีคำอธิบายรูปภาพ

ວິທີເຮັດ: ຂູດເປືອກໝາກບວບ ຫຼື ປອກກໍໄດ້ ລ້າງໃຫ້ສະອາດ ແລ້ວເອົາມາຕັດເປັນຕ່ອນບາງໜ້ອຍໜຶ່ງ, ນຳກຸ້ງມາແກະເປືອກ ແລະ ຫົວ ພ້ອມແລ່ດ້ານຫຼັງເອົາໄສ້ດ້ານຫຼັງກຸ້ງອອກລ້າງສະອາດ ຈາກນັ້ນກໍນຳໄປລວກໃຫ້ສຸກໄວ້. ສ່ວນໄຂ່ແມ່ນຕອກໃສ່ຖ້ວຍ ພ້ອມໃສ່ຊັອດຫອຍ ແລະ ຄະນໍໜ້ອຍໜຶ່ງ ເພື່ອໃຫ້ມີລົດຊາດ ພ້ອມຕີໃຫ້ແຕກໄວ້.

ຈາກນັ້ນ, ມາທຸບຫົວຜັກທຽມ ແລະ ຊອຍໝາກເຜັດ ຖ້າຈະໃສ່ຂີງກໍຊອຍ ຫຼື ຊັບເປັນຕ່ອຍນ້ອຍໆ. ຕໍ່ມາກໍຄ້າງໝໍ້ຂາງຂຶ້ນເປີດໄຟປານກາງ ຈາກນັ້ນກໍເທນໍ້າມັນພືດລົງປະມານ 2 ບ່ວງແກງ ເມື່ອນໍ້າມັນຮ້ອນແລ້ວເອົາຫົວຜັກທຽມ ແລະ ຊອຍໝາກເຜັດ ຖ້າຈະໃສ່ຂີງກໍໃສ່ພ້ອມເລີຍໄດ້ ຂົ້ວຈົນໃຫ້ຫອມ ແລ້ວເອົາໝາກບວບທີ່ຊອຍລົງໄປຂົ້ວຈົນໝາກບວບເກືອບສຸກແລ້ວໃຫ້ເອົາກຸ້ງລົງ ພ້ອມປຸງລົດຊາດດ້ວຍຄະນໍ, ນໍ້າປາ, ຊັອດຫອຍ, ຖ້າຈະໃສ່ແປ້ງນົວກໍໃສ່ໄດ້ ຖ້າບໍ່ກິນແປ້ງນົວກໍໃສ່ໄດ້, ນໍ້າຕານເລັກໜ້ອຍ ພ້ອມເທໄຂ່ທີ່ຕີໄວ້ລົງໄປ ຖ້າປຸງໄດ້ລົດຊາດຕາມໃຈມັກແລ້ວ ໃຫ້ເອົາໝາກພິກໄທດຳປົ່ນໃສ່ລົງໄປ ( ອາດຈະໃສ່ຫອມບົ່ວ ແລະ ຫອມປ້ອມໄດ້ ) ເທົ່ານີ້ທ່ານກໍໄດ້ເມນູຂົ້ວໝາກບວບໃສ່ໄຂ່ ແລະ ກຸ້ງ ກິນແລ້ວ.