ເຮັດພັນກຸ້ງ ແລະ ໝູສາມຊັ້ນ

35

ເມນູພັນມີຫຼາຍແບບ ເຊັ່ນ: ພັນປາ, ພັນຊີ້ນ… ແລ້ວແຕ່ສະດວກ ແຕ່ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດພັນກຸ້ງ ແລະ ຊີ້ນໝູສາມຊັ້ນ ພ້ອມແຈ່ວສົ້ມ ໃສ່ຖົ່ວດິນລົດຊາດແຊບຈີດຈາດ.
▶ ວັດຖຸດິບ: ຊີ້ນໝູສາມຊັ້ນ, ກຸ້ງ, ຖົ່ວດິນ, ໝາກເຜັດດິບ, ເກືອ, ນໍ້າຕານ ຫຼື ນໍ້າຕານເຊື່ອມ, ນໍ້າປາ, ແປ້ງນົວ, ຂີງ, ຫົວຜັກທຽມ, ເຂົ້າປຸ້ນ, ໝາກນາວ ( ສ່ວນຜັກພັນສະຫຼັດ, ຫອມບົ່ວ, ຫອມປ້ອມ, ຜັກຊີ, ຫອມລາບ ຫຼື ຜັກອື່ນໆແລ້ວແຕ່ມັກ ).

ກ່ອນອື່ນມາລ້າງໝູ ແລະ ກຸ້ງກໍແກະເປືອກ ຈາກນັ້ນກໍຄ້າງໝໍ້ຕົ້ມຊີ້ນໝູສາມຊັ້ນ ໂດຍທຸບຂີງ, ຫົວຫອມບົ່ວ, ຫົວຜັກທຽມລົງໄປຕົ້ມໃຫ້ສຸກດີໆ ຈາກນັ້ນຕັກອອກ ( ຊອຍເປັນຕ່ອນບາງພໍດີຄຳ ) ຫຼັງຈາກນັ້ນກໍເອົາກຸ້ງລົງໄປລວກໃຫ້ສຸກແລ້ວຕັກອອກໄວ້.
ມາຕຳແຈ່ວພັນ: ຕຳຫົວຜັກທຽມ, ໝາກເຜັດດິບ, ເກືອ, ແປ້ງນົວ, ນໍ້າຕານ,ໝາກຖົ່ວດິນໃຫ້ລະອຽດຕື່ມພ້ອມນໍ້າຕານເຊື່ອມ, ຈາກນັ້ນກໍເອົານໍ້າປາໃສ່ ພ້ອມບີບໝາກນາວລົງໄປ ( ເຮັດຄືຕຳແຈ່ວສົ້ມ – ຫວານ ) ເທົ່ານີ້ທ່ານກໍໄດ້ແຈ່ວພັນແຊບໆກິນແລ້ວ.