ແກງປາຄໍ່ ໃສ່ໜໍ່ໄມ້ສົ້ມ

47

ໜໍ່ໄມ້ສົ້ມແຊບມີເອກະລັກບໍ່ຄືໃຜຢູ່ແລ້ວ ຍິ່ງເອີ່ຍເຖິງປາຄໍ່ເປັນປາຊີ້ນແໜ້ນ, ດັ່ງນັ້ນເມື່ອເອົາມາປຸງແຕ່ງໃສ່ກັນຍິ່ງແຊບ ແລະ ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດອາຫານພື້ນເມືອງທີ່ຄົນລາວເຮົາມັກເຮັດກິນນັ້ນກໍຄື: ແກງປາຄໍ່ ໃສ່ໜໍ່ໄມ້ສົ້ມ.
▶ ວັດຖຸດິບ: ປາຄໍ່ 2 ໂຕ ( ຄົວຕັດຕ່ອນລ້າງສະອາດ ), ໜໍ່ໄມ້ສົ້ມ ລ້າງນໍ້າເລັກໜ້ອຍ, ຫົວສີໃຄ 1 – 2 ຫົວ, ຫົວຜັກບົ່ວ 2 ຫົວ, ຫົວຜັກທຽມ 3 – 4 ກີບ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກ, ຫອມບົ່ວ, ຜັກຂະແຍງ, ໝາກເຜັດດິບ, ຂີງ, ນໍ້າສະອາດ.

▶ ວິທີເຮັດ: ຄ້າງໝໍ້ເອົານໍ້າສະອາດລົງໄປປະມານເຄິ່ງລິດ, ທຸບຫົວສີໃຄ, ຫົວຜັກບົ່ວ, ຫົວຜັກທຽມ, ຂີງ, ເກືອ, ແປ້ງນົວ, ໝາກເຜັດຫັກໃສ່ໝໍ້ແກງ. ຈາກນັ້ນກໍປະໃຫ້ໝໍ້ຟົດແລ້ວ ໃຫ້ເອົາປາລົງ ພ້ອມປາແດກ ຫຼື ຜູ້ບໍ່ກິນປາແດກໃຫ້ໃສ່ນໍ້າປາແທນ, ຈາກນັ້ນຕົ້ມກະວ່າສຸກແລ້ວ ກໍຊີມລົດຊາດ ແລະ ປຸງໃຫ້ໄດ້ຕາມໃຈມັກ ຈາກນັ້ນກໍຊອຍຫອມ ແລະ ຜັກຂະແຍງລົງ ພ້ອມປິດໄຟ ເທົ່ານີ້ທ່ານກໍຈະໄດ້ແກງປາຄໍ່ ໃສ່ໜໍ່ໄມ້ສົ້ມກິນ ພ້ອມຕໍາແຈ່ວຈໍ້າເຂົ້າກັນສຸດໆ.