ຖະແຫຼງ ເປີດຮັບສະໝັກ ປະກວດ ນາງສາວທ່ອງທ່ຽວ ລາວ 2024 (Miss Tourism Laos 2024)

164

ໃນວັນທີ 14 ຕຸລາ 2023 ຜ່ານມາ ໄດ້ມີພິທີຖະແຫຼງຂ່າວໂຄງການປະກວດນາງສາວ ທ່ອງທ່ຽວລາວ 2024 ຂຶ້ນ, ທີ່ໂຮງແຮມຄຣາວພາຊາ, ໂດຍການໃຫ້ຖະແຫຼງຂອງທ່ານ ສຸລິຍາ ແກ້ວພິລາວົງ ເລທິການຄະນະພັກສູນກາງຊາວໜຸ່ມ, ຫົວໜ້າກົມຮົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານນາງ ລິນດາ ພົນພິລັດ ປະທານບໍລິສັດ ດີ ໂມເດວລິ່ງ ເອເຈນຊີ ທັງເປັນຜູ້ອຳນວຍການກອງປະກວດ, ທ່ານນາງ ວຽງສຸອຸລາ ເພັດສັງຫານ ປະທານຮ້ານ ອຳມະລິນໄໝລາວ, ທ່ານນາງ ອິນທິລາ ຄຸນພະຈັນສີ ນາງສາວທ່ອງທ່ຽວລາວ 2023 ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ, ຜູ້ໃຫ້ການສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຮົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ກ່າວບາງຕອນວ່າ: ປີ 2024 ແມ່ນມີໂຄງການເປີດປີທ່ອງທ່ຽວລາວ, ລາວເຮົາຍັງເປັນປະເທດເຈົ້າພາບຈັດກອງປະຊຸມອາຊຽນ. ສະນັ້ນຈຶ່ງເປັນເຫດການສຳຄັນທີ່ຈະເປັນການໂຄສະນາ ສປປ ລາວ ໃຫ້ສົມກັບຫົວຂໍ້: ເປີດປະຕູສູ່ລາວ ດິນແດນອັນລໍ້າຄ່າ ເປັ່ງປະກາຍ ສູ່ສາຍຕາ ຊົງຄຸນຄ່າຍິ່ງດວງດາວ. ການທີ່ຈະເຮັດໃຫ້ເສດຖະກິດ-ວັດທະນະທຳ ລາວ ຄົງຕົວ ຫຼື ຂະຫຍາຍຕົວ ລ້ວນແລ້ວແຕ່ຂຶ້ນກັບຄົນໄວໜຸ່ມຮຸ່ນໃໝ່ ໂດຍສະເພາະເອື້ອຍນ້ອງແມ່ຍິງລາວເຮົາ ທີ່ສ່ອງແສງອອກຈາກການຈັດງານຕ່າງໆ ລ້ວນແລ້ວແຕ່ແມ່ນເອື້ອຍນ້ອງແມ່ຍິງເປັນໃບໜ້າໃບຕາ ທີ່ມີເອກະລັກອັນອ່ອນຊ້ອຍ, ມີວັດທະນະທຳ ທີ່ບໍ່ຄືໃຜ ສາມາດດຶງດູດເອົານັກທ່ຽວທ່ຽວໃຫ້ສົນໃຈມາທ່ຽວລາວໄດ້. ດັ່ງນັ້ນການຈັດການປະກວດ ນາງສາວທ່ອງທ່ຽວ ລາວ 2024 (Miss Tourism Laos 2024) ແມ່ນມີຄວາມສຳຄັນ ໃນນາມສູນກາງຊາວໜຸ່ມທີ່ຮັບຜິດຊອບໂຄງການປະກວດຄັ້ງນີ້ ການປະກວດຕ້ອງເນັ້ນຮັບປະກັນໃສ່ຄື: ລັກສະນະຊາດ, ຮັບປະກັນລັກສະນະວັດທະນະທຳ ແລະ ຮັບປະກັນທາງດ້ານການດຶງດູດ, ສົ່ງເສີມຮີດຄອງປະເພນີ. ພ້ອມນີ້ຂໍໃຫ້ກອງປະກວດເນັ້ນໃສ່ບຸກຄະລິກ, ຄວາມອ່ອນນ້ອມຖ່ອມຕົນ, ຄວາມຮູ້, ຄວາມສາມາດ ໃຫ້ແທດເໝາະກັບໂຄງການປະກວດ.


ທ່ານນາງ ລິນດາ ພົນພິລັດ ປະທານບໍລິສັດ ດີ ໂມເດວລິ່ງ ເອເຈນຊີ ທັງເປັນຜູ້ອຳນວຍການກອງປະກວດ ກ່າວບາງຕອນວ່າ: ໂຄງການປະກວດນາງສາວ ທ່ອງທ່ຽວລາວ 2024 ເປົ້າໝາຍແມ່ນຈະຄັດເອົາ 36 ຄົນ ຈາກທົ່ວທຸກແຂວງທົ່ວປະເທດ, ນອກຈາກຈະເປັນການປະກວດເອົານາງສາວທ່ອງທ່ຽວ ລາວ 2024 ເພື່ອມາສົ່ງເສີມການທ່ອງທ່ຽວແລ້ວ ຍັງເປັນການສົ່ງເສີມ ເອກະລັກການນຸ່ງຖື ແລະ ປະເພນີຂອງແຕ່ລະແຂວງ.


ສຳລັບລາງວັນຜູ້ທີ່ໄດ້ຮັບຕຳແໜ່ງຊະນະເລີດ ຈະໄດ້ລົດໃຫຍ່ 1 ຄັນ ມູນຄ່າ 420 ລ້ານກີບ, ເງິນລາງວັນ 150 ລ້ານກີບ ພ້ອມມົງກຸດເພັດ ມູນຄ່າ 100 ລ້ານກີບ ຈາກຮ້ານຄຳ ຮຸ່ງອາລຸນ ແຂວງບໍ່ແກ້ວ ແລະ ສາຍສະພາຍຈາກຮ້ານ ອຳມະລິນໄໝລາວ.


ສ່ວນຮອງອັນດັບ1 ເງິນລາງວັນ 100 ລ້ານກີບ; ຮອງອັນດັບ2 ເງິນລາງວັນ 50 ລ້ານກີບ, ຮອງອັນດັບ3 ຮອງອັນດັບ4 ເງິນລາງວັນ 25 ລ້ານກີບ ພ້ອມມົງກຸດ ແລະ ສາຍສະພາຍ. ສ່ວນຜູ້ທີ່ບໍ່ໄດ້ຕຳແໜ່ງແມ່ນຈະໄດ້ຮັບລາງວັນ 10 ລ້ານກີບ.

ເປີດຮັບສະໝັກຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 23 ພະຈິກ 2023. ຮອບຄັດເລືອກແມ່ນວັນທີ 25 ພະຈິກ 2023 ທີ່ໂຮງແຮມຄຣາວພາຊ່າ ນະຄອນຫຼວງວຽງຈັນ. ສ່ວນຮອບຕັດສິນ ແມ່ນວັນທີ 28 ມັງກອນ 2024 ພ້ອມເທດສະການດອກງີ້ວບານ ທີ່ເຂດເສດຖະກິດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.


+ສຳລັບເງື່ອນໄຂຜູ້ສະໝັກ ນາງສາວທ່ອງທ່ຽວ ລາວ 2024 ແມ່ນເປັນແມ່ຍິງ ທີ່ມີສັນຊາດລາວ, ອາຍຸລະຫວ່າງ 17-25 ປີ, ມີສ່ວນສູງ 160 ຊມ ຂຶ້ນໄປ, ບໍ່ເຄີຍຜ່ານການແຕ່ງງານ ຫຼື ມີບຸດມາກ່ອນ, ການສຶກສາລະດັບມັດທະຍົມປານຂຶ້ນໄປ, ມີບຸກຄະລິກພາບທີ່ດີ, ມີມາລະຍາດ, ມີຄວາມຕັ້ງໃຈມາປະກວດ, ສາມາດເກັບຕົວຢູ່ຕ່າງແຂວງໄດ້, ຫຼີ້ນກິດຈະກຳລຸຍໆໄດ້.


ສາມາດດາວໂຫຼດແບບຟອມສະໝັກທີ່: Facebook Page Miss Tourism Laos ນາງສາວທ່ອງທ່ຽວລາວ ແລະ ເບີໂທວັອດແອັບ: 55639970, 020 95289975.