ການເຮັດຊົ້ວໄກ່ບ້ານ ແບບແຊບໆ

80

ໄກ່ບ້ານ ເນື້ອຈະແໜ້ນຫອມ ເຮັດເມນູຫຍັງກິນກໍຈະແຊບ, ແຕ່ມື້ນີ້ເຮົາຈະມາແນະນຳວິທີເຮັດ ຊົ້ວໄກ່ບ້ານ ທີ່ເປັນເມນູທີ່ຄົນລາວເຮົາມັກເຮັດກິນ ເໝາະສຳລັບຄົນທີ່ມັກກິນໄກ່ ແຕ່ບໍ່ມັກກິນເມນູຊໍ້າເກົ່າ.
▶ ວັດຖຸດິບ: ໄກ່ບ້ານ ຫຼົກຂົນຄົວແລ້ວ, ນໍ້າສະອາດປະມານ 2 ລິດ, ໝາກເຜັດດິບ, ຫົວຂີງ, ເຂົ້າຂົ້ວ, ຫົວຫອມບົ່ວ, ໝາກນາວ, ຫົວຜັກທຽມ, ຕົ້ນຫອມບົ່ວ, ຫອມປ້ອມ, ຜັກແພວ, ເກືອ, ແປ້ງນົວ, ຫົວສີໃຄ, ນໍ້າປາ.

▶ ຂັ້ນຕອນເຮັດ: ຄ້າງໝໍ້ຖອກນໍ້າທີ່ກຽມໄວ້ລົງໄປ ເພື່ອຈະຕົ້ມໄກ່, ຈາກນັ້ນໃຫ້ເອົາຫົວສີໃຄ, ຫົວຫອມບົ່ວ, ຫົວຫອມທຽມທຸບໃສ່ໝໍ້, ຕາມດ້ວຍເກືອ, ແປ້ງນົວລົງໄປ, ຕົ້ມໃຫ້ນໍ້າຟົດແລ້ວນຳໄກ່ທີ່ຄົວລ້າງສະອາດແລ້ວລົງໄປຕົ້ມຈົນສຸກດີ ຈາກນັ້ນກໍຕັກໄກ່ອອກປະໄວ້ໃຫ້ເຢັນ, ນຳໝາກເຜັດ, ຫົວຂີງ, ຫົວຫອມບົ່ວ, ຫົວຜັກທຽມ ໄປຈີ່ໃຫ້ສຸກ ປອກເປືອກອອກທັງໝົດ. ຈາກນັ້ນກໍລ້າງຫອມມາຊອຍໄວ້.

▶ ວິທີປຸງ: ນຳໄກ່ທີ່ຕັກໄວ້ມາຕັດ ຫຼື ຈີກເປັນຕ່ອນຕາມໃຈມັກ ຈາກນັ້ນກໍຕັກນໍ້າຕົ້ມໄກ່ໃສ່ພໍປະມານແລ້ວແຕ່ຕ້ອງການ ( ຖ້າຈະໃຫ້ແຊບນໍ້າຕ້ອງໜ້ອຍພໍປະມານ ). ນໍາໄປໃສ່ຊາມທີ່ກຽມຄົນ, ເອົາທຸກຢ່າງທີ່ຈີ່ໄວ້ມາຕຳໃສ່ເກືອ ແລະ ແປ້ງນົວລົງໄປຕຳໃສ່ເລັກໜ້ອຍ ຈາກນັ້ນກໍຕັກໃສ່ຊີ້ນໄກ່ທີ່ຈີກໄວ້ ພ້ອມຄົນໃຫ້ເຂົ້າກັນ, ເຂົ້າຂົ້ວລົງໄປ ຕາມດ້ວຍນໍ້າໝາກນາວເລັກໜ້ອຍ ຊີມລົດຊາດຕາມໃຈມັກ ຖ້າພໍດີແລ້ວກໍຕື່ມຫອມລົງໄປ ຕັກໃສ່ຈານພ້ອມເສີບໄດ້.
[ ໂດຍ: ນົກແຕນແວນ ]