ວິທີເຮັດໝູກອບ ແບບເລັ່ງລັດດ້ວຍຕົນເອງ

1150

ໝູກອບ ເປັນເມນູທີ່ຫຼາຍຄົນມັກກິນ ແຕ່ເນື່ອງຈາກຂັ້ນຕອນເຮັດມີຄວາມຫຍຸ້ງຍາກ ແລະ ໃຊ້ເວລາດົນ ຄົນສ່ວນຫຼາຍຈຶ່ງບໍ່ຄ່ອຍໄດ້ເຮັດກິນເອງ ແຕ່ຍອມຮັບວ່າໝູກອບສາມາດນຳໄປເຮັດເປັນອີກຫຼາຍເມນູ ເຊັ່ນ: ເຂົ້າປຽກໝູກອບ, ພັດກະເພົາໝູກອບ, ຂົ້ວຜັກກາດນາໝູກອບ, ກິນກັບເຂົ້າຈໍ້າແຈ່ວກະແຊບ ແລະ ທີ່ສຳຄັນກິນກັບປະເພດຕຳໝາກຫຸ່ງ, ຕຳເຂົ້າປຸ້ນ ຫຼື ເຂົ້າປຸ້ນຊາວນໍ້າປາແດກເຂົ້າກັນສຸດໆ. ດັ່ງນັ້ນມື້ນີ້ຄໍລຳອາຫານຈະພາທ່ານມາເຮັດໝູກອບໄວ້ກິນເອງ.

▶ວັດຖຸດິບ: ໝູ 3 ຊັ້ນ ຫຼື ສ່ວນທີ່ມີໜັງໝູຕິດມັນຕິດຊີ້ນ, ນໍ້າມັນພືດ, ນໍ້າສົ້ມສາຍຊູ, ເກືອ.
▶ວິທີເຮັດ: ລ້າງຊີ້ນໝູໃຫ້ສະອາດ ແລ້ວເອົາມີດແຫຼມມາແທງໜັງໝູໃຫ້ເປັນຮູໃຫ້ທົ່ວ ແລ້ວເອົາໄປຕົ້ມ ໂດຍໃສ່ເກືອເກືອບເຄິ່ງບ່ວງແກງໃຫ້ພໍປະມານ 10 – 20 ນາທີ ຈາກນັ້ນເອົາຂຶ້ນມາແລ້ວຈຸບນໍ້າໃຫ້ແຫ້ງ ເອົາມີດມາແຫກເບື້ອງໜັງເຂົ້າໄປຫາຊີ້ນເປັນແຖວ ແຕ່ບໍ່ຕ້ອງຕັດໃຫ້ຂາດ, ແລ້ວເອົາເບື້ອງໜັງໄປແຊ່ໃສ່ນໍ້າສົ້ມສາຍຊູ ( ແຊ່ແຕ່ເບື້ອງໜັງ ປະມານ 20 – 30 ນາທີ ) ຈາກນັ້ນເອົາຂຶ້ນໄປຈຸບໃຫ້ແຫ້ງອີກຄັ້ງ.

ຈາກນັ້ນ, ມາຄ້າງໝໍ້ນໍ້າມັນໂດຍນໍ້າມັນຕ້ອງຫຼາຍ ເມື່ອນໍ້າມັນຮ້ອນແລ້ວເອົາໝູລົງໄປຈຸ່ມລົງນໍ້າມັນ ແລ້ວເອົາຂຶ້ນ. ຈາກນັ້ນໃຫ້ຕັກນໍ້າມັນມາຫົດໃສ່ ພໍເຫັນໜັງໝູເລີ່ມໝາດເຫຼືອງເລັກໜ້ອຍໃຫ້ປິດໄຟໝໍ້ນໍ້າມັນ ແລ້ວເອົາຊີ້ນໝູໄປແພັກໃນຢາງແລັບອາຫານ ເອົາໄປເຂົ້າໄວ້ໃນຊ່ອງແຂງປະມານ 20 – 30 ນາທີ, ຈາກນັ້ນກໍເອົາອອກມາ ພ້ອມເປີດໄຟໝໍ້ນໍ້າມັນໃຫ້ຮ້ອນຈັດ ແລ້ວເອົາຊີ້ນໝູໄປຕັກນໍ້າມັນຖອກໃສ່ໃຫ້ໜັງໝູກອບ ຈາກນັ້ນຈືນລົງນໍ້າມັນຈົນກວ່າຊີ້ນໝູຈະສຸກ ແລະ ໜັງຈະກອບແລ້ວເອົາຂຶ້ນມາ ເທົ່ານີ້ທ່ານກໍຈະໄດ້ໝູກອບໄວ້ກິນແລ້ວ.