ເຮັດພະໂລ້ ໝູ ແລະ ໄຂ່ ຫອມໆແຊບໆ ໄວ້ກິນເອງ

39

ພະໂລ້ ເປັນເມນູທີ່ກິນກັບເຂົ້າຈ້າວແລ້ວເຂົ້າກັນທີ່ສຸດ ທີ່ສຳຄັນລົດຊາດອອກເຄັມໆຫວານໆ ເດັກນ້ອຍຫຼາຍຄົນມັກກິນ ແລະ ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດພະໂລ້ໄຂ່ ໃສ່ໝູ 3 ຊັ້ນໄວ້ກິນເອງແບບແຊບໆ.
▶ວັດຖຸດິບ: ໄຂ່, ໝູ 3 ຊັ້ນ ຫຼື ສ່ວນໃດກໍໄດ້ແລ້ວແຕ່ມີ, ເກືອ, ແປ້ງນົວ, ພິກໄທດຳ ຫຼື ຂາວ, ຮາກຫອມປ້ອມ, ຫົວຜັກທຽມປະມານ 1 ຫົວ, ນໍ້າຕານປີບ ຫຼື ນໍ້າຕານຊາຍ, ນໍ້າມັນພືດ, ສະອິວດຳຫວານ, ຂີງ, ນໍ້າປາ.

▶ວິທີເຮັດ: ຕົ້ມໄຂ່ໃຫ້ສຸກ ແລ້ວມາປອກປະໄວ້, ຕັດໝູ 3 ຊັ້ນ ຫຼື ສ່ວນໝູຕາມທີ່ມີ, ຕໍາຫົວຜັກທຽມ ແລະ ຮາກຫອມປ້ອມ ຕື່ມເກືອລົງໄປເລັກໜ້ອຍຕຳໃຫ້ລະອຽດດີ, ຈາກນັ້ນຄ້າງໝໍ້ໃສ່ນໍ້າມັນແລ້ວເອົາເຄື່ອງທີ່ຕຳລົງໄປຂົ້ວໃຫ້ຫອມແລ້ວຕັກອອກໄວ້ ຈາກນັ້ນກໍເຕີມນໍ້າຕານໃສ່ໝໍ້ແລ້ວກຽມໃຫ້ນໍ້າຕານລະລາຍພ້ອມເປັນສີເຂັ້ມ ໂດຍໃຫ້ຄົນຕະຫຼອດ ຖ້າສີອ່າວເຂັ້ມແລ້ວໃຫ້ປິດໄຟກ່ອນ ຈາກນັ້ນເຕີມເຄື່ອງທີ່ຂົ້ວໄວ້ລົງໄປ ພ້ອມນໍ້າປາ ໂດຍຢ່າຟ້າວໃສ່ສະອີ້ວດຳເທື່ອ, ຈາກນັ້ນກໍຄົນໃຫ້ເຂົ້າກັນ ແລ້ວເອົາຊີ້ນໝູລົງໄປພ້ອມເປີດໄຟອ່ອນ ຄົນໃຫ້ເຂົ້າກັນ. ຈາກນັ້ນໃຫ້ຕື່ມນໍ້າລົງໄປໃຫ້ປະມານກະວ່າຕົ້ມ 1 ຊົ່ວໂມງ ພ້ອມເປີດໄຟກາງ ຕົ້ມໄປປະມານ 20 ນາທີ ໃຫ້ເອົາໄຂ່ທີ່ປອກໄວ້ ພ້ອມເຕົ້າຮູ້ຈືນ, ຊອຍຂີງເປັນປ່ຽງລົງ, ສະອິວດຳຫວານເພີ່ມສີດຳ, ພ້ອມແປ້ງນົວໃສ່ລົງໄປ ຕົ້ມຈົນໃຫ້ຄົບ 1 ຊົ່ວໂມງ ຫຼື ດົນກວ່ານັ້ນໄດ້. ຈາກນັ້ນມາປຸງລົດຊາດຕາມໃຈມັກ ເທົ່ານີ້ທ່ານກໍຈະໄດ້ພະໂລ້ໝູ ແລະ ໄຂ່ໄວ້ກິນແລ້ວ ( ຫາກເຮັດປະໄວ້ຂ້າມຄືນນໍ້າຈະຊຶມເຂົ້າໃນໝູ ເມື່ອເອົາມາອຸ່ນກິນຍິ່ງແຊບ ).
[ ໂດຍ: ນົກແຕນແວນ ]