ອັດຕາເງິນເຟີ້ຂອງຟີລິບປິນ ເພີ່ມຂຶ້ນເປັນ 6,1% ໃນເດືອນກັນຍາ

54

ສຳນັກງານສະຖິຕິຟີລິບປິນ ( PSA ) ລາຍງານວ່າ: ໃນເດືອນກັນຍາ ອັດຕາເງິນເຟີ້ໄດ້ເພີ່ມຂຶ້ນອີກຢູ່ທີ່ 6,1% ທ່າມກາງການເພີ່ມຂຶ້ນຢ່າງໄວວາຂອງລາຍການອາຫານ ແລະ ຕົ້ນທຶນຂອງການຂົນສົ່ງ ເຊິ່ງຕົວເລກອັດຕາເງິນເຟີ້ເພີ່ມຂຶ້ນຈາກ 5,3% ໃນເດືອນສິງຫາ ແຕ່ຕໍ່າກວ່າ 6,9% ທີ່ບັນທຶກໄວ້ໃນເດືອນດຽວກັນຂອງປີຜ່ານມາ.

ສຳນັກງານສະຖິຕິຟີລິບປິນ ລະບຸວ່າ: ອັດຕາເງິນເຟີ້ໂດຍລວມໃນເດືອນກັນຍາມີທ່າອ່ຽງເພີ່ມຂຶ້ນ ໂດຍສາເຫດຫຼັກມາຈາກການເພີ່ມຂຶ້ນຂອງລາຄາອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ຢູ່ທີ່ 9,7% ເພີ່ມຈາກ 8,1%; ການຄົມມະນາຄົມຂົນສົ່ງ 1,2% ຈາກ 0,2% ເຊິ່ງສົ່ງຜົນໃຫ້ອັດຕາເງິນເຟີ້ທົ່ວໄປມີທ່າອ່ຽງເພີ່ມຂຶ້ນ; ໃນຂະນະທີ່ ອັດຕາເງິນເຟີ້ພື້ນຖານ ບໍ່ລວມອາຫານ ແລະ ພະລັງງານມີ ຄວາມຜັນຜວນ ແລະ ຊະລໍຕົວຢ່າງຕໍ່ເນື່ອງ ໂດຍຫຼຸດລົງເຫຼືອ 5,9% ຈາກ 6,1% ແຕ່ສູງກວ່າຕົວເລກ 5,0% ໃນເດືອນກັນຍາປີ 2022.

ເມື່ອທຽບເປັນລາຍປີ, ອັດຕາເງິນເຟີ້ໂດຍລວມຢູ່ທີ່ 6,6%; ອັດຕາເງິນເຟີ້ພື້ນຖານ 7,2% ເຊິ່ງຕົວເລກເຫຼົ່ານີ້ຍັງເກີນເປົ້າໝາຍຂອງທະນາຄານກາງຟີລິບປິນກຳນົດໄວ້ ທີ່ 2,0 ຫາ 4,0%.

PSA ໃຫ້ຮູ້ຕື່ມວ່າ: ການເລັ່ງຕົວຂຶ້ນຂອງອັດຕາເງິນເຟີ້ ດ້ານອາຫານໃນເດືອນກັນຍາ 2023 ສາເຫດຫຼັກມາຈາກການເພີ່ມຂຶ້ນຂອງລາຄາ “ ເຂົ້າ ” ໂດຍມີຕົວເລກເຖິງສອງຫຼັກ ຄື 17,9% ໃນໄລຍະເດືອນດັ່ງກ່າວ ຈາກ 8,7% ໃນເດືອນສິງຫາ.

ຕາມມາດ້ວຍຊີ້ນສັດ ແລະ ສ່ວນອື່ນໆຂອງສັດບົກ ໂດຍມີອັດຕາເງິນເຟີ້ 1,3% ໃນເດືອນກັນຍາ ຈາກ -0,1% ໃນເດືອນກ່ອນໜ້ານີ້.