ປີ້ງໜ້າກາກໝູຈໍ້າແຈ່ວໝາກຂາມປຽກ

31

ໜ້າກາກໝູ ເປັນສ່ວນທີ່ມີໜັງຕິດມັນຫຼາຍເປັນສ່ວນໜັງທີ່ລອກອອກຈາກຫົວໝູ, ດັ່ງນັ້ນຄົນສ່ວນຫຼາຍຈະນິຍົມເອົາມາປີ້ງຄືກັນກັບປີ້ງຫູໝູ, ດັ່ງນັ້ນມື້ນີ້ເຮົາຈະມາແນະນຳວິທີປີ້ງໜ້າກາກໝູແບບບໍ່ຄາວມາແນະນຳໃຫ້ທ່ານເຮັດກິນເອງ.

▶ ວັດຖຸດິບ: ໜ້າກາກໝູ, ພິກໄທດຳ, ຊັອດຫອຍ, ຫົວຫອມບົ່ວ, ຫົວສີໃຄ, ຫົວຜັກທຽມ, ເກືອ, ແປ້ງນົວ, ນໍ້າຕານ, ຄະນໍ.
▶ ວິທີເຮັດ: ນຳໜ້າກາກໝູມາລ້າງ ແລະ ອະນາໄມໃຫ້ສະອາດ ຈາກນັ້ນກໍຄ້າງໝໍ້ຕົ້ມໜ້າກາກໝູກ່ອນ ເຊິ່ງເອົານໍ້າໃສ່ພ້ອມຫົວສີໃຄ, ຂີງ ເກືອ ລົງໄປຕົ້ມກ່ອນໃຫ້ສຸກ ຫຼື ເກືອບສຸກ ແລ້ວເອົາຂຶ້ນມາເອືອບເຄື່ອງ ໂດຍພິກໄທດຳ, ຫົວຫອມບົ່ວ, ຫົວສີໃຄຊອຍຕ່ອນນ້ອຍ, ຫົວຜັກທຽມໃຫ້ລະອຽດ ພ້ອມໃສ່ເກືອ, ແປ້ງນົວ, ນໍ້າຕານລົງ ເມື່ອລະອຽດແລ້ວໃຫ້ນຳມາໃສ່ໜ້າກາກໝູ ພ້ອມຕື່ມຄະນໍ, ຊັອດຫອຍ ( ອາດຈະໃສ່ລີ້ນແຕະເບິ່ງລົດຊາດແລ້ວຈຶ່ງບ້ວນລ້າງປາກ ) ປະໄວ້ປະມານ 10 – 20 ນາທີ ແລ້ວນຳເອົາໄປປີ້ງໄຟອ່ອນ ປີ້ງໄປຈົນກວ່າວ່າໝູສຸກ ຫຼື ແຫ້ມສຸກ ກໍເອົາອອກມາຊອຍໃສ່ຈານໄດ້.

ສ່ວນແຈ່ວຈໍ້າເຮັດແບບງ່າຍໆໄດ້ຄື: ນໍ້າຕານປີບ, ນໍ້າຕານຊາຍ, ເຂົ້າຂົ້ວ, ໝາກເຜັດຜົງ, ນໍ້າໝາກຂາມປຽກ, ໝາກນາວ, ນໍ້າປາ. ແປ້ງນົວ ຊອຍຫົມບົ່ວ ແລະ ຫອມປ້ອມໃສ່ ຊີມລົດຊາດຕາມໃຈມັກ.
ແຈ່ວສົ້ມ – ຫວານ: ໝາກເຜັດດິບ, ເກືອ, ແປ້ງນົວ, ນໍ້າຕານ, ຫົວຜັກທຽມ ປັ່ນ ຫຼື ຕຳໃສ່ກັນ ເມື່ອລະອຽດແລ້ວໃຫ້ມາຊີດນໍ້າປາ ແລະ ໝາກນາວໃສ່ ປຸງໃຫ້ໄດ້ລົດຊາດທີ່ມັກ ແລ້ວຊອຍຫອມປ້ອມລົງ ເທົ່ານີ້ກໍໄດ້ແຈ່ວສົ້ມ – ຫວານຈໍ້າແລ້ວ.
[ ໂດຍ: ນົກແຕນແວນ ]