ຈືນສັນຄໍໝູກອບ

37

ສັນຄໍໝູ ເປັນຊີ້ນທີ່ອ່ອນນຸ້ມ ແລະ ມີນໍ້າມັນຕິດໜ້ອຍໜຶ່ງ ເຊິ່ງສ່ວນຫຼາຍເອົາມາເຮັດປີ້ງກິນຈະແຊບໆ. ແຕ່ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດຈືນສັນຄໍໝູແບບກອບໆ ກິນກັບຫຍັງກໍແຊບ.
▶ ວັດຖຸດິບ: ຊີ້ນສັນຄໍໝູຕິດມັນ ເຄິ່ງກິໂລ, ຄະນໍ 1 ບ່ວງຊາ, ສະອິວຂາວ, ນໍ້າຕານຊາຍ 1 ບ່ວງຊາ, ພິກໄທປົ່ນ, ແປ້ງຈືນກອບ 2 ບ່ວງແກງ, ນໍ້າເຢັນໆໜ້ອຍໜຶ່ງ 3 – 5 ບ່ວງແກງ, ນໍ້າມັນພືດ, ຊັອດຫອຍ 1 ບ່ວງແກງ ຫຼື ຊັອດປຸງລົດ.

▶ວິທີເຮັດ: ລ້າງ ແລະ ຊອຍຊີ້ນສັນຄໍໝູໃຫ້ເປັນປ່ຽງໜາ ປະມານ 0,5 ຊັງຕີແມັດ ຂະໜາດແລ້ວແຕ່ກ້ອນຊີ້ນ ແລ້ວເອົາສະອິວຂາວ, ນໍ້າຕານຊາຍ, ຄະນໍ, ພິກໄທປົ່ນ, ຊັອດຫອຍ, ແປ້ງຈືນກອບໃສ່ທຸກຢ່າງລົງໄປ ແລ້ວກໍຊາວພ້ອມຄັ້ນໃຫ້ເຂົ້າກັນ ອາດຈະເອົາປາຍລີ້ນແຕະຊີມເບິ່ງລົດຊາດ ( ແລ້ວບ້ວນປາກ ) ປະໄວ້ປະມານ 20 – 30 ນາທີ ແລ້ວກໍຄ້າງໝໍ້ຂາງຂຶ້ນ ເຮັດໄຟປານກາງ ເອົານໍ້າມັນໃສ່ອ່າວຫຼາຍ ແລ້ວເອົາໝູທີ່ໝັກໄວ້ນັ້ນລົງຈືນ ໝັ່ນພິກຈົນໃຫ້ຊີ້ນໝູເປັນສີເຫຼືອງຈົນກວ່າໝູຈະສຸກ. ຈາກນັ້ນກໍເອົາ ໄປຊອຍຕ່ອນນ້ອຍພໍດີຄຳ ເທົ່ານີ້ທ່ານກໍໄດ້ຊີ້ນສັນຄໍໝູຈືນກອບຈໍ້າແຈ່ວກິນແລ້ວ.
ສ່ວນແຈ່ວຈໍ້າເຮັດແບບງ່າຍໆໄດ້ຄື: ນໍ້າຕານປີບ, ນໍ້າຕານຊາຍ, ເຂົ້າຂົ້ວ, ໝາກເຜັດຜົງ, ນໍ້າໝາກຂາມປຽກ, ໝາກນາວ, ນໍ້າປາ, ແປ້ງນົວ ຊອຍຫອມບົ່ວ ແລະ ຫອມປ້ອມໃສ່ ຊີມລົດຊາດຕາມໃຈມັກ.
[ ໂດຍ: ນົກແຕນແວນ ]