ຟີລິບປິນ ຕັ້ງງົບ 224 ລ້ານໂດລາ ເພື່ອຊ່ວຍເຫຼືອຊາວນາ

24

ສຳນັກຂ່າວບລູມເບີກລາຍງານວ່າ: ລັດຖະບານຟີລິບປິນ ຈະຊ່ວຍເຫຼືອເງິນໃຫ້ແກ່ຊາວກະສິກອນ ( ຊາວນາ ) ປະມານ 2,3 ລ້ານຄອບຄົວ ເປັນເງິນປະມານ 12,7 ຕື້ເປໂຊ ຫຼື ປະມານ 224 ລ້ານໂດລາ ເພື່ອຮັບມືກັບປາກົດການແອວນີໂຍ ແລະ ຕົ້ນທຶນການຜະລິດທີ່ສູງຂຶ້ນ.

ໃນຖະແຫຼງການຂອງທຳນຽບປະທານາທິບໍດີຟີລິບປິນ ລະບຸວ່າ: ຊາວກະສິກອນທີ່ເຮັດນາຕ່ຳກວ່າ 2 ເຮັກຕາ ຈະໄດ້ຮັບເງິນຊ່ວຍເຫຼືອຄອບຄົວລະ 5 ພັນເປໂຊ ໂດຍເງິນທຶນດັ່ງກ່າວຈະໄດ້ມາຈາກການເກັບພາສີສ່ວນເກີນຈາກການນຳເຂົ້າ ເຂົ້າໃນປີຜ່ານມາ. ນອກຈາກນີ້, ຍັງຈະຈັດສັນເງິນ 700 ລ້ານເປໂຊ ເພື່ອຈ່າຍໃຫ້ຊາວກະສິກອນ ປະມານ 78 ພັນຄອບຄົວ ທີ່ຢູ່ພາຍໃຕ້ໂຄງການອຸດໜູນຂອງກົມສະຫວັດດີການສັງຄົມ.

ທັງນີ້, ລາຄາເຂົ້າຢູ່ຟີລິບປິນ ເພີ່ມຂຶ້ນສູງ ເຮັດໃຫ້ລັດຖະບານຕ້ອງຈຳກັດເພດານລາຄາເຂົ້າ ໂດຍໄດ້ຊົດເຊີຍໃຫ້ແກ່ຜູ້ຄ້າຂາຍເຂົ້າ ລວມທັງຮ້ານສັບພະສິນຄ້າຕ່າງໆທີ່ໄດ້ຮັບຜົນກະທົບຈາກການກຳນົດເພດານລາຄາເຂົ້າ.