PMI ການຜະລິດຂອງຈີນ ກັບເຂົ້າສູ່ເກນເປັນບວກ ຫຼັງຢູ່ເກນລົບມາແຕ່ເດືອນເມສາ

59

ເວັບໄຊສໍານັກຂ່າວ globaltimes.cn ລາຍງານວ່າ: ຈາກການເປີດເຜີຍຂໍ້ມູນຂອງສຳນັກງານສະຖິຕິແຫ່ງຊາດຈີນ ( NBS ) ໃຫ້ຮູ້ວ່າດັດຊະນີການຈັດການຝ່າຍຈັດຊື້ພາກການຜະລິດ ( PMI ) ຢ່າງເປັນທາງການຂອງຈີນ ປະຈໍາເດືອນກັນຍາ 2023 ຢູ່ທີ່ 50,2 ຖືເປັນຄັ້ງທໍາອິດທີ່ຢູ່ໃນເກນເປັນບວກ ນັບຕັ້ງແຕ່ເດືອນເມສາ 2023 ເປັນຕົ້ນມາ, ຫຼັງຈາກການເພີ່ມຂຶ້ນຕິດຕໍ່ກັນໃນໄລຍະ 4 ເດືອນທີ່ຜ່ານມາ ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງຄວາມສາມາດໃນການຟື້ນຕົວຂອງພາກການຜະລິດຂອງປະເທດດີຂຶ້ນ.

ທ່ານ Li Changan ຜູ້ຊ່ຽວຊານດ້ານເສດຖະສາດ ຈາກສະຖາບັນການສຶກສາເສດຖະກິດເປີດກວ້າງຂອງຈີນ ( Academy of China Open Economy Studies ) ຂອງມະຫາວິທະຍາໄລທຸລະກິດລະຫວ່າງປະເທດ ແລະ ເສດຖະສາດຂອງຈີນ ກ່າວວ່າ: ການຜະລິດເປັນເສົາຫຼັກທີ່ສຳຄັນໃນເສດຖະກິດຂອງຈີນ ເຊິ່ງ PMI ພາກການຜະລິດໃນເດືອນກັນຍາ ໄດ້ສົ່ງສັນຍານການຟື້ນຕົວຂອງເສດຖະກິດມະຫາພາກ.

ຂະນະທີ່, ທ່ານ Zhao Qinghe ນັກສະຖິຕິອາວຸໂສຈາກ NBS ກ່າວວ່າ: ຄວາມຕ້ອງການຂອງຕະຫຼາດທີ່ຟື້ນຕົວໄດ້ເລັ່ງກິດຈະກຳທາງທຸລະກິດທົ່ວທັງພາກການຜະລິດໃນເດືອນກັນຍາ ໂດຍດັດຊະນີການຜະລິດຢູ່ທີ່ 52,7% ເພີ່ມຂຶ້ນ 0,8 ຈຸດ ເມື່ອທຽບເປັນລາຍເດືອນ, ດັດຊະນີຄໍາສັ່ງຊື້ໃໝ່ 50,5% ເພີ່ມຂຶ້ນ 0,3 ຈຸດ ເມື່ອທຽບເປັນລາຍເດືອນ ໂດຍສະເພາະການອ່ອນຄ່າ PMI ສຳລັບການຜະລິດອຸປະກອນແມ່ນ 50,6%, ການຜະລິດເຕັກໂນໂລຊີຂັ້ນສູງ 50,1% ແລະ ການຜະລິດສິນຄ້າອຸປະໂພກ – ບໍລິໂພກ 51,3% ເຊິ່ງທັງໝົດນີ້ແມ່ນກັບເຂົ້າສູ່ເກນການຂະຫຍາຍຕົວ.

ຢ່າງໃດກໍຕາມ, ລາຄາສິນຄ້າໂພກກະພັນຂະໜາດໃຫຍ່ທີ່ເພີ່ມຂຶ້ນ ແລະ ການຊື້ຂອງອົງກອນຕ່າງໆ ເຮັດໃຫ້ດັດຊະນີລາຄາທົ່ວໄປສຳລັບພາກການຜະລິດສູງຂຶ້ນ ເຊິ່ງຂໍ້ມູນຈາກ NBS ສະແດງໃຫ້ເຫັນວ່າດັດຊະນີການຈັດຊື້ວັດຖຸດິບໃນເດືອນກັນຍາ ຢູ່ທີ່ 59,4% ແລະ ດັດຊະນີລາຄາຜູ້ຜະລິດ 53,5% ໂດຍທັງໝົດນີ້ແມ່ນເຖິງລະດັບສູງສຸດໃນປີ 2023 ( ປັດຈຸບັນນີ້ ).