ຕຳແຈ່ວໝາກເຫຼ່ນ ໃສ່ນໍ້າປາແດກ

29

ແຈ່ວເປັນເມນູທີ່ຄົນລາວເຮົາມັກມີປະຈຳພາເຂົ້າເກືອບທຸກຄາບ ແລະ ແຈ່ວກໍມີຫຼາຍແຈ່ວ ແຕ່ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດແຈ່ວໝາກເຫຼ່ນ ເຊິ່ງເປັນເມນູກິນກັບຫຍັງກໍແຊບ ໂດຍສະເພາະແມ່ນເອົາເຂົ້າໜຽວຮ້ອນໆມາຄຸ້ຍກິນກັບລວກຜັກກັບປີ້ງຊີ້ນ ຫຼື ປີ້ງປາ.

▶ວັດຖຸດິບ: ໝາກເຫຼ່ນໃຫຍ່ ປະສົມກັບໝາກເຫຼ່ນນ້ອຍ ເພື່ອໃຫ້ໄດ້ລົດຊາດສົ້ມໜ້ອຍໜຶ່ງ, ຫົວຫອມບົ່ວ, ຫົວຜັກທຽມ, ໝາກເຜັດດິບ, ນໍ້າປາແດກສຸກ, ຫອມປ້ອມ, ຫອມບົ່ວ, ເກືອ, ແປ້ງນົວ.

▶ວິທີເຮັດ: ເອາະນໍ້າປາແດກ ປະໄວ້ໃຫ້ເຢັນ ຫຼື ຖ້າມີປາແດກສຸກກໍໃສ່ເລີຍ, ຈາກນັ້ນມາດັງໄຟຈີ່ໝາກເຫຼ່ນ, ຫົວຫອມບົ່ວ, ຫົວຜັກທຽມ, ໝາກເຜັດດິບ ສຸກແລ້ວກໍໃຫ້ປອກເປືອກແລ້ວເອົາໝາກເຜັດ, ເກືອ, ແປ້ງນົວ, ຫົວຫອມບົ່ວ, ຫົວຜັກທຽມ ທີ່ຈີ່ມາໃສ່ຄົກແລ້ວຕຳລະອຽດ, ຈາກນັ້ນກໍເອົາໝາກເຫຼ່ນລົງໄປຕຳຄ່ອຍໆ ເມື່ອໝາກເຫຼ່ນລະອຽດແລ້ວໃຫ້ເອົານໍ້າປາແດກຖອກລົງໄປເລັກໜ້ອຍຕາມ ຄວາມເໝາະສົມ ແລ້ວຊີມລົດຊາດ ພ້ອມປຸງໃຫ້ໄດ້ລົດຊາດຕາມໃຈມັກ ຈາກນັ້ນກໍໃຫ້ລ້າງ ແລະ ຊອຍຫອມປ້ອມ, ຫອມບົ່ວໃສ່ ເທົ່ານີ້ກໍສຳເລັດແລ້ວ.
[ ໂດຍ: ນົກແຕນແວນ ]