ຜູ້ນຳຟີລິບປິນ ປະຕິເສດຂໍ້ສະເໜີການຫຼຸດພາສີນໍາເຂົ້າ “ ເຂົ້າ ”

36

ສຳນັກຂ່າວຂອງ ຟີລິບປິນ ລາຍງານວ່າ: ທ່ານ Ferdinand Marcos Jr ປະທານາທິບໍດີຂອງຟີລິບປິນ ໄດ້ປະຕິເສດຂໍ້ສະເໜີການຫຼຸດພາສີນໍ້າເຂົ້າ “ ເຂົ້າ ” ເນື່ອງຈາກຄາດວ່າລາຄາທັນຍາພືດໂລກ ຈະຫຼຸດລົງ.

ປະທານາທິບໍດີຂອງຟີລິບປິນ ກ່າວວ່າ: ເພດານລາຄາທີ່ລັດຖະບານກຳນົດ ສຳລັບລາຄາຂາຍຍ່ອຍ ສຳລັບສິນຄ້າຫຼັກຂອງປະເທດຈະຍັງສືບຕໍ່ມີຜົນບັງຄັບໃຊ້. ສ່ວນການຕັດສິນໃຈດັ່ງກ່າວ, ປະຕິບັດຕາມມະຕິກອງປະຊຸມກັບເຈົ້າໜ້າທີ່ເສດຖະກິດ ແລະ ກະສິກຳຂອງປະເທດ ເມື່ອບໍ່ດົນມານີ້.

ທ່ານ Ferdinand Marcos Jr ຢ້ຳວ່າ: ເນື່ອງຈາກການຄາດການວ່າລາຄາເຂົ້າໂລກ ຈະຫຼຸດລົງ ແລະ ຂະນະນີ້ກໍບໍ່ແມ່ນເວລາທີ່ເໝາະສົມໃນການຫຼຸດພາສີ.

ກ່ອນໜ້ານີ້, ໜ່ວຍງານການເງິນ ແລະ ການວາງແຜນເສດຖະກິດຂອງຟີລິບປິນ ໄດ້ສະເໜີໃຫ້ຫຼຸດພາສີນໍາເຂົ້າລົງ 0% ຫາ 10% ຈາກ 35% ໃນປັດຈຸບັນ ສຳລັບການນໍາເຂົ້າ “ ເຂົ້າ ” ເນື່ອງຈາກລັດຖະບານພະຍາຍາມຜ່ອນຄາຍແຮງກົດດັນຕໍ່ອັດຕາເງິນເຟີ້.

ຟີລິບປິນ ເປັນໜຶ່ງໃນຜູ້ນໍາເຂົ້າທັນຍາພືດລາຍໃຫຍ່ທີ່ສຸດຂອງໂລກ ໂດຍມັກຈະຊື້ສິນຄ້າທີ່ມີຄວາມຕ້ອງການນໍາເຂົ້າຈາກ ຫວຽດນາມ.