ຈີນ ເປີດນຳໃຊ້ທາງລົດໄຟຄວາມໄວສູງຂ້າມທະເລ

30

ສຳນັກຂ່າວຊິນຫົວລາຍງານວ່າ ລົດໄຟ ຟູຊິ່ງ ຂະບວນ G9801 ໄດ້ອອກຈາກເມືອງຝູໂຈ້ວ ແຂວງຝູຈ້ຽນ ໃນຕອນເຊົ້າວັນທີ 28 ກັນຍາຜ່ານມາ ເຊິ່ງຖືວ່າເປັນການເປີດນຳໃຊ້ທາງລົດໄຟຄວາມໄວສູງສາຍ ຝູໂຈ້ວ – ເຊ່ຍເໝິນ – ຈາງໂຈ້ວ ຢ່າງເປັນທາງການ ເຊິ່ງທາງລົດໄຟດັ່ງກ່າວມີຄວາມຍາວ 277 ກິໂລແມັດ.

ບໍລິສັດທາງລົດໄຟແຫ່ງ ສປ ຈີນ ເປີດເຜີຍວ່າ: ທາງລົດໄຟສາຍນີ້ ເປັນທາງລົດໄຟຂ້າມທະເລສາຍທຳອິດຂອງຈີນ ເຊິ່ງສາມາດແລ່ນດ້ວຍຄວາມໄວສູງເຖິງ 350 ກິໂລແມັດຕໍ່ຊົ່ວໂມງ. ທາງລົດໄຟສາຍນີ້ ຈະຫຼຸດໄລຍະເວລາການເດີນທາງຈາກເມືອງຝູໂຈ້ວ – ເຊ່ຍເໝິນ ລົງເຫຼືອບໍ່ເຖິງ 1 ຊົ່ວໂມງ, ບາງໄລຍະຂອງທາງລົດໄຟສາຍນີ້ ສ້າງຢູ່ເໜືອນ້ຳທະເລ ມີຄວາມຍາວ 19,9 ກິໂລແມັດ, ຂ້າມຜ່ານອ່າວ 3 ແຫ່ງ ໄດ້ແກ່ ອ່າວຊ່ຽນໂຈ້ວ, ເໝີ້ຍໂຈ້ວ ແລະ ອ່າວອັນໄຫ່.