ໝົກໜໍ່ໄມ້ ໃສ່ໝູ ແລະ ນໍ້າໃບຢານາງ

70

ໝົກໜໍ່ໄມ້ ສາມາດເຮັດໄດ້ 2 ແບບ ຄື: 1). ແບບໝົກໃສ່ໝໍ້ ຄ້າຍຄືເອາະ ແລະ 2). ໝົກໃສ່ໃບຕອງ.
ໝົກໜໍ່ໄມ້ສາມາດປະສົມໄດ້ຫຼາຍຢ່າງ ອາດຈະໃສ່ຊີ້ນປະເພດຕ່າງໆນຳໄດ້ ແຕ່ຊີ້ນທີ່ເຂົ້າກັນກັບໜໍ່ໄມ້ ແມ່ນຊີ້ນໝູຕິດມັນໜ້ອຍໜຶ່ງ. ມື້ນີ້ຄໍລຳອາຫານຈະພາມາເຮັດໝົກໜໍ່ໃສ່ໃບຕອງກິນເອງ.

▶ວັດຖຸດິບ: ໜໍ່ໄມ້ຊອຍຕົ້ມຈືດແລ້ວ, ຊີ້ນໝູ ຊອຍຕ່ອນນ້ອຍ ຫຼື ໝູບົດກໍໄດ້, ນໍ້າຢານາງ, ຫົວຫອມບົ່ວ, ຫົວຜັກທຽມ, ຫົວສີໃຄ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ຜັກອີ່ຕູ່, ຄະນໍ ຫອມບົ່ວ, ເກືອ, ແປ້ງນົວ, ນໍ້າປາ ຫຼື ໃຜມັກກິນປາແດກກໍຢອດໃສ່ໄດ້ ຖ້າບໍ່ມັກບໍ່ໃສ່, ຊັອດຫອຍ, ເຂົ້າເບືອ ( ນໍ້າຢານາງປັ່ນເອົາກໍໄດ້. ສ່ວນຫົວຫອມບົ່ວ, ຫົວຜັກທຽມ, ໃບຕອງ, ຫົວສີໃຄ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ເຂົ້າເບືອ ແມ່ນປັ່ນເອົາກໍໄດ້ ).

ວິທີເຮັດ: ເອົານໍ້າຢານາງມາຖອກໃສ່ໜໍ່ໄມ້ເລັກໜ້ອຍ ພ້ອມເອົາເຄື່ອງທີ່ປັ່ນລວມກັນລົງໄປໃສ່ ກັບ ຊີ້ນໝູຊອຍ ເຕີມເກືອແປ້ງນົວ, ຄະນໍ, ນໍ້າປາ ຫຼື ຢອດປາແດກໃສ່ເລັກໜ້ອຍ, ຊອຍຫອມບົ່ວ ແລະ ຜັກອີຕູ່ໃສ່ ເມື່ອກະວ່າໄດ້ລົດຊາດທີ່ພໍດີແລ້ວ. ໃຫ້ມາຈີກໃບຕອງຍາວປະມານຄືບປາຍ ແລ້ວນຳໄປເຊັດໃຫ້ສະອາດ ແລະ ເອົາໄປຊ້ອນກັນ 2 ໃບຕໍ່ 1 ໝົກ. ຈາກນັ້ນນຳໄປໜຶ້ງປະມານ 1 ຊົ່ວໂມງປາຍ ກະວ່າຊີ້ນສຸກດີແລ້ວ ກໍເອົາອອກໄປກິນໄດ້ເລີຍ.
[ ໂດຍ: ນົກແຕນແວນ ]