ທ່ານ ສະເຫຼີມໄຊ ກົມມະສິດ ກ່າວຄໍາປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ

81

 

ໃນວັນທີ 23 ກັນຍາ 2023 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວຄໍາປາໄສ ໃນພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 78 ທີ່ນະຄອນນິວຢອກ.
ທ່ານໄດ້ຕີລາຄາວ່າ: ໃນປັດຈຸບັນປະຊາຄົມໂລກ ພວມປະເຊີນໜ້າກັບວິກິດການໃນລະດັບທີ່ບໍ່ເຄີຍປະສົບພົບພໍ້ມາກ່ອນ ເປັນຕົ້ນແມ່ນຄວາມທຸກຍາກທີ່ມີເພີ່ມຂຶ້ນ, ລະບົບການເງິນສາກົນຍັງຂາດຄວາມຍຸຕິທຳ, ໄພພິບັດທຳມະຊາດຮ້າຍແຮງທີ່ເກີດຖີ່ຂຶ້ນ, ຂໍ້ຂັດແຍ່ງດ້ານອາວຸດທີ່ພວມແຜ່ລາມ ແລະ ອື່ນໆ ເຊິ່ງທັງໝົດບໍ່ພຽງແຕ່ກີດຂວາງການພັດທະນາໃນຂອບເຂດທົ່ວໂລກ, ແຕ່ກາຍເປັນໄພຂົ່ມຂູ່ຕໍ່ການດຳລົງຄົງຕົວຂອງມວນມະນຸດໃນໂລກ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຄົມໂລກ ຕ້ອງເພີ່ມທະວີຄວາມສາມັກຄີກັນ ແລະ ຍົກສູງຄວາມເປັນເອກະພາບ ບົນພື້ນຖານຫຼັກການທີ່ກໍານົດໄວ້ຢູ່ໃນກົດບັດ ສປຊ ແລະ ກົດໝາຍສາກົນ, ພ້ອມທັງຈໍາເປັນຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ຂອບການຮ່ວມມືຫຼາຍຝ່າຍ, ເດັດດ່ຽວຫຼີກເວັ້ນການປະເຊີນໜ້າກັນ ແລະ ການສ້າງຄວາມແຕກແຍກ. ພ້ອມກັນນີ້, ອົງການ ສປຊ ຕ້ອງໄດ້ຮັບການປະຕິຮູບ ເພື່ອສາມາດປະຕິບັດຕາມພາລະບົດບາດໄດ້ຢ່າງມີປະສິດທິຜົນສູງ ໃນທ່າມກາງສະພາບພູມສາດການເມືອງໃນໂລກ ພວມປ່ຽນແປງໄວ ເພື່ອສາມາດແກ້ໄຂສິ່ງທ້າທາຍທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການພັດທະນາແບບຍືນຍົງ. ສປປ ລາວ ສືບຕໍ່ສະໜັບສະໜູນການແກ້ໄຂຂໍ້ຂັດແຍ່ງໃນໂລກ ດ້ວຍສັນຕິວິທີ ເຊິ່ງເປັນວິທີທາງພຽງໜຶ່ງດຽວ ເພື່ອຮັບປະກັນການຢູ່ຮ່ວມກັນໂດຍສັນຕິ ແລະ ປົກປັກຮັກສາສັນຕິພາບໃຫ້ຍືນຍາວ. ສປປ ລາວ ເຊື່ອໝັ້ນວ່າ ມາດຕະການບີບບັງຄັບຝ່າຍດຽວ ບໍ່ພຽງແຕ່ຂັດກັບຫຼັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນເທົ່ານັ້ນ ແຕ່ຍັງກໍ່ໃຫ້ເກີດຜົນກະທົບຢ່າງຮ້າຍແຮງຕໍ່ປະຊາຊົນຜູ້ບໍລິສຸດໃນທົ່ວໂລກ.

ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໄດ້ດໍາເນີນມາເຖິງໄລຍະກາງສະໄໝ ແຕ່ຄວາມຄືບໜ້າໂດຍລວມແມ່ນຍັງຊັກຊ້າ. ສະນັ້ນ, ພວກເຮົາຕ້ອງສືບຕໍ່ຄວາມພະຍາຍາມຮ່ວມກັນ ເຊິ່ງລວມທັງການນໍາໃຊ້ຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເລັ່ງລັດການພັດທະນາແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ ເພື່ອບັນລຸເປົ້າໝາຍດັ່ງກ່າວ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາກົນ ຕ້ອງຮ່ວມກັນປະຕິບັດວຽກງານ ເພື່ອການພັດທະນາໃຫ້ກົມກຽວກັນຂຶ້ນກວ່າເກົ່າ ເພື່ອສາມາດລະດົມທຶນຮອນ ແລະ ຊັບພະຍາກອນໃຫ້ພຽງພໍ ເພື່ອແກ້ໄຂສະພາບຄວາມຈໍາເປັນພິເສດດ້ານການພັດທະນາ. ສິ່ງດັ່ງກ່າວຈະບໍ່ສາມາດເຮັດສໍາເລັດໄດ້ ຖ້າປາສະຈາກການມີສ່ວນຮ່ວມຂອງປະເທດກໍາລັງພັດທະນາ ໃນຂະບວນການຕັດສິນບັນຫາດ້ານເສດຖະກິດ ແລະ ການຄ້າສາກົນ ລວມທັງການກໍານົດລະບຽບການ ແລະ ການຄຸ້ມຄອງ ໃຫ້ສອດຄ່ອງກັບສະພາບເສດຖະກິດສາກົນ ທີ່ມີການປ່ຽນແປງໄວ.


ສໍາລັບ ສປປ ລາວ, ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແມ່ນຄວາມໝາຍໝັ້ນທາງການເມືອງໃນລະດັບປະເທດ ເພາະນອກຈາກ 17 ເປົ້າໝາຍຂອງສາກົນແລ້ວ, ສປປ ລາວ ຍັງມີເປົ້າໝາຍທີ 18 “ ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ” ເປັນເປົ້າໝາຍແຫ່ງຊາດ. ບັນຫາລະເບີດບໍ່ທັນແຕກຕົກ ຍັງສືບຕໍ່ກີດຂວາງການພັດທະນາປະເທດ ແລະ ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນຜູ້ບໍລິສຸດ. ພວກຂ້າພະເຈົ້າ ຂໍຖືໂອກາດນີ້ ຮຽກຮ້ອງມາຍັງວົງຄະນາຍາດສາກົນ ເພື່ອສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການແກ້ໄຂບັນຫາດັ່ງກ່າວ ທີ່ຍັງແກ່ຍາວມາດົນ. ສປປ ລາວ ເປັນປະເທດໜຶ່ງທີ່ມີແຫຼ່ງຊັບພະຍາກອນທໍາມະຊາດອັນອຸດົມສົມບູນ ແລະ ຄວາມຫຼາກຫຼາຍດ້ານຊີວະນາໆພັນ. ລັດຖະບານລາວ ໄດ້ສົ່ງເສີມການພັດທະນາ ແລະ ເຕີບໂຕສີຂຽວ, ເພີ່ມທະວີການນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີຄວາມຍືນຍົງຍິ່ງຂຶ້ນ. ເຖິງແມ່ນວ່າ ສປປ ລາວ ຈະເປັນໜຶ່ງໃນບັນດາປະເທດທີ່ປ່ອຍມົນລະພິດໃນປະລິມານໜ້ອຍທີ່ສຸດໃນໂລກ, ແຕ່ໄດ້ຮັບຜົນກະທົບທີ່ຮ້າຍແຮງຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ຄືກັບຫຼາຍປະເທດ, ພ້ອມທັງສືບຕໍ່ມີຄວາມໝາຍໝັ້ນຢ່າງແຮງກ້າໃນການປະຕິບັດພັນທະສາກົນ ເພື່ອຕ້ານການປ່ຽນແປງຂອງສະພາບດິນຟ້າອາກາດ. ສປປ ລາວ ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ປະຕິບັດຕາມຄຳໝາຍໝັ້ນໃນການສະໜອງທຶນ ເພື່ອແກ້ໄຂບັນຫາດັ່ງກ່າວໃນໂລກ.

ປີນີ້ແມ່ນຄົບຮອບ 56 ປີ ແຫ່ງການສ້າງຕັ້ງປະຊາຄົມບັນດາປະຊາຊາດ ໃນອາຊີຕາເວັນອອກສ່ຽງໃຕ້ ( ອາຊຽນ ). ອາຊຽນ ເຊິ່ງເປັນອົງການຈັດຕັ້ງລະຫວ່າງລັດຖະບານ ເພື່ອການຮ່ວມມືໃນພາກພື້ນທີ່ເວລາໃດ ກໍໄດ້ຢຶດໝັ້ນຕໍ່ການຮ່ວມມືພາກພື້ນ ແລະ ການຮ່ວມມືຫຼາຍຝ່າຍ, ທັງມີບົດບາດເປັນແກນກາງໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ. ອາຊຽນ ມີ ຄວາມໝາຍໝັ້ນ ເພື່ອສືບຕໍ່ການສ້າງປະຊາຄົມໃຫ້ເຂັ້ມແຂງ ພ້ອມທັງສົ່ງເສີມຄວາມເປັນເອກກະພາບ ແລະ ຄວາມເປັນແກນກາງໃນການພົວພັນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນຳພາ, ແນໃສ່ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າໃນພາກພື້ນ ແລະ ໃນໂລກ.

ໃນປີ 2024 ສປປ ລາວ ຈະໄດ້ຮັບກຽດເຮັດໜ້າທີ່ເປັນປະທານອາຊຽນ ໂດຍພາຍໃຕ້ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ. ສປປ ລາວ ຈະສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດຂອງອາຊຽນ ເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ເຮັດແໜ້ນການພົວພັນກັບພາຍນອກ, ແນໃສ່ເຮັດໃຫ້ພາກພື້ນນີ້ມີສັນຕິພາບ, ມີຄວາມຜາສຸກ, ມີການເຊື່ອມຈອດ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.