ນັກທ່ອງທ່ຽວຕ່າງຊາດ ເຂົ້າຟີລິບປິນໃກ້ບັນລຸເປົ້າໝາຍ

20

ເວັບໄຊ pna.gov.ph ຂອງຟີລິບປິນ ລາຍງານວ່າ: ຟີລິບປິນ ໃກ້ຈະບັນລຸເປົ້າໝາຍດຶງດູດນັກທ່ອງທ່ຽວຕ່າງຊາດໃນປີ 2023 ນີ້ ພາຍຫຼັງທີ່ມີການບັນທຶກຈໍານວນນັກທ່ອງທ່ຽວຕ່າງຊາດ ໄດ້ຫຼາຍກວ່າ 3,87 ລ້ານຄົນ ເມື່ອວັນທີ 19 ກັນຍາຜ່ານມາ.

ທ່ານ ຄຣິສຕິນາ ຟຣາສໂກ ( Christina Frasco ) ລັດຖະມົນຕີ ກະຊວງການທ່ອງທ່ຽວ ( DOT ) ໄດ້ກ່າວໃນການເປີດງານ Philippine Travel Exchange ( PHITEX ) ປີ 2023 ເມື່ອທ້າຍອາທິດຜ່ານມາວ່າ: ຟີລິບປິນ ມີນັກທ່ອງທ່ຽວຕ່າງຊາດເຂົ້າມາ 3.877.183 ຄົນ ຫຼື ຢ່າງໜ້ອຍປະມານ 80,77% ຂອງນັກທ່ອງທ່ຽວຕ່າງຊາດຈໍານວນ 4,8 ລ້ານຄົນ ທີ່ DOT ຕັ້ງເປົ້າວ່າຈະໄປເຖິງພາຍໃນໝົດປີນີ້.

ໃນເວລາດຽວກັນນີ້, ຟີລິບປິນ ສ້າງລາຍໄດ້ 3,1 ແສນລ້ານເປໂຊຟີລິບປິນ ຈາກນັກທ່ອງທ່ຽວຕ່າງຊາດ ທີ່ສ່ວນໃຫຍ່ມາຈາກ ສ.ເກົາຫຼີ, ສະຫະລັດອາເມຣິກາ ແລະ ຍີ່ປຸ່ນ.

ນອກນີ້, ທ່ານລັດຖະມົນຕີ DOT ຂອງຟີລິບປິນ ຍັງຄາດວ່າ: ຕົວເລກນີ້ຈະເພີ່ມຂຶ້ນຫຼາຍ ເນື່ອງຈາກມີກອງປະຊຸມທຸລະກິດ ກັບ ທຸລະກິດ ລະຫວ່າງຜູ້ຂາຍ ແລະ ຜູ້ຊື້ ການແລກປ່ຽນການທ່ອງທ່ຽວຟີລິບປິນ ( PHITEX ) ທີ່ຈັດຂຶ້ນໃນວັນທີ 20 ກັນຍາຜ່ານມາ.

ພ້ອມດຽວກັນນີ້, ກໍມີແຜນການ ແລະ ໂຄງການຂອງ DOT ທີ່ສຸມໃສ່ສົ່ງເສີມການທ່ອງທ່ຽວເຊີງນິເວດ, ການພັດທະນາຊຸມຊົນການທ່ອງທ່ຽວທົ່ວປະເທດ, ສົ່ງເສີມການມີສ່ວນຮ່ວມຂອງພາກເອກະຊົນທີ່ແຂງແກ່ນ ເພື່ອສົ່ງເສີມການຄຸ້ມຄອງມໍລະດົກ, ການສ້າງຄວາມຫຼາກຫຼາຍດ້ານການທ່ອງທ່ຽວຂອງປະເທດແລະ ຂໍ້ລິເລີ່ມອື່ນໆ ເພື່ອຜົນປະໂຫຍດຂອງຜູ້ທີ່ມີສ່ວນຮ່ວມໃນການທ່ອງທ່ຽວ.

ທ່ານ ຄຣິສຕິນາ ຟຣາສໂກ ຍັງປະກາດວ່າ: ຈະເພີ່ມທີ່ພັກຜ່ອນຕື່ມອີກ 15 ແຫ່ງໃນທົ່ວປະເທດ ໃນປີ 2024 ເພື່ອຮັບປະກັນ ປະສົບການຂອງການທ່ອງທ່ຽວທີ່ມີຄຸນນະພາບໃຫ້ແກ່ນັກທ່ອງທ່ຽວ.

ເມື່ອທ້າຍເດືອນສິງຫາຜ່ານມາ, ລັດຖະບານຟີລິບປິນ ໄດ້ເລີ່ມດຳເນີນການສະໝັກຂໍ e-Visa ໃຫ້ກັບນັກທ່ອງທ່ຽວຕ່າງຊາດທີ່ມາຈາກຈີນ ເພື່ອກະຕຸ້ນຈໍານວນນັກທ່ອງທ່ຽວເຂົ້າມາຕະຫຼາດການທ່ອງທ່ຽວຂອງຕົນໃຫ້ເພີ່ມຂຶ້ນ.