ແກງເຫັດນາງຟ້າ ໃສ່ປາແຫ້ງ

36

ເຫັດນາງຟ້າ ສາມາດແຕ່ງໄດ້ຫຼາຍເມນູ ເຊັ່ນ: ມົກ, ຂົ້ວ, ແກງ, ເອາະ, ລວກ, ໜຶ້ງ… ແລະ ມື້ນີ້ຄຳລຳອາຫານຈະພາທ່ານມາເຮັດເມນູບ້ານໆງ່າຍໆ ນັ້ນຄື: ແກງເຫັດນາງຟ້າໃສ່ປາແຫ້ງ ສົດນໍ້າ.

▶ວັດຖຸດິບ: ນໍ້າສະອາດ 1 ຖ້ວຍແກງ, ຫົວສີໃຄ 1 ຫົວ, ຂີງ 1 ຂໍ້, ຫົວຫອມບົ່ວ 1 – 2 ຫົວ, ຫົວຜັກທຽມ 3 ກີບ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ 2 – 4 ໜ່ວຍ ( ແລ້ວແຕ່ຜູ້ມັກເຜັດ ), ປາແຫ້ງ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກ, ຫອມບົ່ວ, ຜັກອີຕູ່.

ວິທີເຮັດ: ຄ້າງໝໍ້ແກງ ເຮັດໄຟແຮງປານກາງ ແລ້ວເອົານໍ້າໃສ່, ເອົາເກືອ, ແປ້ງນົວ, ພ້ອມທຸບຂີວ, ຫົວສີໃຄ, ຫົວຜັກທຽມ, ຫົວຫອມບົ່ວ ແລະ ຫັກໝາກເຜັດໃສ່ ( ຫົວຜັກທຽມ, ຫົວຫອມບົ່ວ ແລະ ຫັກໝາກເຜັດ ອາດຈະຕຳໃສ່ກໍໄດ້ ) ເມື່ອໝໍຟົດແລ້ວໃຫ້ເອົາປາແຫ້ງລົງໄປຕົ້ມ. ຈາກນັ້ນໄປລ້າງເຫັດ ແລະ ປັ້ນນໍ້າໃຫ້ແຫ້ງດີ ເມື່ອປາແຫ້ງໃກ້ສຸກແລ້ວໃຫ້ເອົາເຫັດລົງໄປ ພ້ອມນໍ້າປາແດກແລ້ວ ຕົ້ມໄປໃຫ້ເຫັດສຸກພ້ອມປາ ຈາກນັ້ນກໍຊີມເບິ່ງລົດຊາດ ແລະ ປຸງອີກຄັ້ງໃຫ້ໄດ້ລົດຊາດທີ່ມັກ ແລ້ວກໍຊອຍຫອມບົ່ວ ແລະ ຜັກອີຕູ່ລົງໄປ ຄົນເລັກໜ້ອຍແລ້ວປິດໄຟໄດ້. ສາມາດຕັກໃສ່ຖ້ວຍພ້ອມເສີບໄດ້.
[ໂດຍ: ນົກແຕນແວນ]