ໜີ້ຂອງສະຫະລັດ ທະລຸ 33 ລ້ານໆໂດລາ ເປັນຄັ້ງທໍາອິດ

41

ເວັບໄຊສຳນັກຂ່າວ CNBC ລາຍງານວ່າ: ໜີ້ຂອງສະຫະລັດອາເມຣິກາ ກ້າວສູ່ຂີດໝາຍແຫ່ງປະຫວັດສາດ ໂດຍທະລຸ 33 ລ້ານໆໂດລາ ເປັນຄັ້ງທໍາອິດ ບໍ່ເຖິງ 2 ອາທິດ ກ່ອນທີ່ລັດຖະບານກາງສະຫະລັດ ຈະປະເຊີນກັບການປິດລະບົບທີ່ອາດເກີດຂຶ້ນ ເນື່ອງຈາກຂາດການອະນຸມັດເງິນທຶນ.

ກະຊວງການເງິນຂອງສະຫະລັດອາເມຣິກາ ໃຫ້ຮູ້ວ່າ: ໜີ້ ເທົ່າກັບຈໍານວນເງິນທີ່ລັດຖະບານກາງ ຢືມມາເພື່ອເປັນຄ່າໃຊ້ຈ່າຍໃນການດຳເນີນງານ ເຖິງລະດັບ 33,04 ລ້ານໆໂດລາ. ການໃຊ້ຈ່າຍຂອງລັດຖະບານກາງ ເພີ່ມຂຶ້ນປະມານ 50% ລະຫວ່າງປີງົບປະມານ 2019 ເຖິງປີງົບປະມານ 2021 ສົ່ງຜົນໃຫ້ມີໜີ້ສູງ. ຂະນະທີ່ການຫຼຸດພາສີໂຄງການກະຕຸ້ນເສດຖະກິດ ແລະ ລາຍໄດ້ພາສີທີ່ຫຼຸດລົງ ເປັນຜົນມາຈາກການວ່າງງານຢ່າງກວ້າງຂວາງໃນໄລຍະການແຜ່ລະບາດຂອງໂຄວິດ – 19 ແມ່ນເປັນປັດໄຈໃນການພັກດັນການກູ້ຢືມຂອງລັດຖະບານໄປສູ່ລະດັບໃໝ່.

ລາຍງານລະບຸວ່າ: ບັນຫາໜີ້ ເປັນສູນກາງຂອງການຢຸດນິ້ງ ໃນສະພາຄອງເກຣສ ກ່ຽວກັບຮ່າງກົດໝາຍການໃຊ້ຈ່າຍທີ່ຈະຄໍ້າຈຸນລັດຖະບານ ໄປຈົນເຖິງຮອບການລະດົມທຶນຄັ້ງຕໍ່ໄປ.

ຜູ້ຮ່າງກົດໝາຍຂອງພັກ ຣີພັບລິກັນ ( Republican ) ກຳລັງຍູ້ດັນໃຫ້ມີການໃຊ້ກົດໝາຍໃຊ້ຈ່າຍໜ້ອຍລົງໃນຂະນະທີ່ພັກ ເດໂມແຄຣັດ ( Democrats ) ສະໜັບສະໜູນໂຄງການຂອງປະທານາທິບໍດີ ໂຈ ໄບເດັນ ( Joe Biden ) ເຊັ່ນ: ກົດໝາຍວ່າດ້ວຍການຫຼຸດຜ່ອນເງິນເຟີ້ ເຊິ່ງຄາດວ່າຈະມີມູນຄ່າຫຼາຍກວ່າ 1 ລ້ານໆໂດລາ ໃນທົດສະວັດໜ້າ ( ຕາມແບບຈໍາລອງງົບປະມານຂອງມະຫາວິທະຍາໄລ Pennsylvania ).

ກ່ອນໜ້ານີ້, ສະພາສະຫະລັດ ໄດ້ອອກນິຕິກຳ ເພື່ອໃຫ້ທຶນລັດຖະບານຈົນເຖິງ 31 ຕຸລາ ໂດຍແລກກັບການຕັດໂຄງການພາຍໃນປະເທດ 8% ໂດຍຍົກເວັ້ນໂຄງການດ້ານຄວາມໝັ້ນຄົງຂອງຊາດ. ແຕ່ນິຕິກຳນີ້ອາດບໍ່ຜ່ານວຸດທິສະພາທີ່ຄວບຄຸມໂດຍພັກ ເດໂມແຄຣັດ.

ລາຍງານຍັງລະບຸວ່າ: ໂຄສົກທໍານຽບຂາວ ໄດ້ກ່າວກັບ CNBC ວ່າໜີ້ທີ່ເພີ່ມຂຶ້ນໄດ້ຮັບແຮງໜຸນຈາກການຫຼຸດພາສີຂອງພັກ ຣີພັບລິກັນ ຫຼາຍລ້ານໆໂດລາ ເຊິ່ງອ່ຽງໄປທາງບໍລິສັດໃຫຍ່ ແລະ ຮັ່ງມີ ໃນໄລຍະ 20 ປີຜ່ານມາ. ທັງນີ້ ສະພາຄອງເກຣສ ມີເວລາຈົນເຖິງວັນທີ 30 ກັນຍານີ້ ໃນການຜ່ານຮ່າງກົດໝາຍການໃຊ້ຈ່າຍ.