ອິຕາລີ ວາງແຜນຫຼຸດການຂາດດຸນງົບປະມານລົງໃຫ້ຕ່ຳກວ່າ 4% ຂອງ GDP

64

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ລັດຖະບານອິຕາລີ ວາງແຜນທີ່ຈະຫຼຸດການຂາດດຸນງົບປະມານໃຫ້ເຫຼືອໜ້ອຍກວ່າ 4% ຂອງລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງປະເທດ ໃນປີ 2024 ເຖິງແມ່ນວ່າຈະບໍ່ມີຂໍ້ຕົກລົງກ່ຽວກັບເປົ້າໝາຍສຸດທ້າຍກໍຕາມ.

ສຳນັກຂ່າວ Bloomberg ລາຍງານວ່າ: ທ່ານ ນາງ Giorgia Meloni ນາຍົກລັດຖະມົນຕີຂອງອິຕາລີ ກຳລັງພະຍາຍາມສ້າງຄວາມໝັ້ນໃຈໃຫ້ກັບນັກລົງທຶນ ວ່າສະຖານະການທາງການເງິນຂອງປະເທດ ຢູ່ພາຍໃຕ້ການຄວບຄຸມໄດ້ ເນື່ອງຈາກຕະຫຼາດຍັງກັງວົນວ່າການຂາດດຸນທີ່ເພີ່ມຂຶ້ນ ອາດກໍ່ໃຫ້ເກີດ ຄວາມວຸ່ນວາຍທາງການເງິນ ແລະ ການຂາຍພັນທະບັດອອກ.

อาจเป็นรูปภาพของ 5 คน, แม่น้ำไทเบอร์ และ จัตุรัสสเปน

ລັດຖະບານອິຕາລີ ກຳລັງວາງແຜນທີ່ຈະຫຼຸດການຂາດດຸນງົບປະມານໃຫ້ເຫຼືອໜ້ອຍກວ່າ 4% ຂອງ GDP ພາຍໃນປີ 2024 ເຖິງແມ່ນວ່າຈະບໍ່ມີຂໍ້ຕົກລົງກ່ຽວກັບເປົ້າໝາຍສຸດທ້າຍກໍຕາມ ເຊິ່ງລັດຖະບານອິຕາລີ ຕັ້ງເປົ້າທີ່ຈະຂາດດຸນງົບປະມານ 5% ຂອງ GDP ໃນປີນີ້ ທຽບກັບເປົ້າໝາຍເກົ່າທີ່ 4,5% ຂອງ GDP; ເຖິງຢ່າງໃດກໍຕາມ, ການຂາດດຸນອາດສູງເຖິງ 6% ຂອງ GDP ເນື່ອງຈາກຜົນກະທົບຂອງການລິເລີ່ມການປັບປຸງທີ່ຢູ່ອາໄສ.

ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍນີ້, ນາຍົກລັດຖະມົນຕີ Giorgia Meloni ແລະ ທ່ານ Giancarlo Giorgetti ລັດຖະມົນຕີກະຊວງເສດຖະກິດຂອງອິຕາລີ ກໍຄາດຫວັງວ່າ ອິຕາລີ ຈະບັນລຸການເຕີບໂຕທາງເສດຖະກິດ 1% ໃນປີໜ້າ ແຕ່ບໍ່ແມ່ນເລື່ອງງ່າຍເລີຍ.

ຂະນະທີ່ ອິຕາລີ ກຳລັງດີ້ນຮົນກັບການຄວບຄຸມການເງິນທ່າມກາງສະພາວະເສດຖະກິດທີ່ຍາກລໍາບາກທົ່ວເອີຣົບ ແລະ ນັກລົງທຶນລາຍໃໝ່ ພັດມຸ່ງເນັ້ນໄປທີ່ໜີ້ຈໍານວນ 2.800 ຕື້ເອີໂຣ ຫຼື ປະມານ 3.000 ຕື້ໂດລາ ຂອງປະເທດ ເຊິ່ງ ຄວາມກັງວົນເຫຼົ່ານີ້ສະທ້ອນໃຫ້ເຫັນຈາກການເພີ່ມຂຶ້ນຂອງອັດຕາຜົນຕອບແທນພັນທະບັດລັດຖະບານອິຕາລີ ອາຍຸ 10 ປີ.

ຂະນະດຽວກັນ, ຈາກການສຳຫຼວດໂດຍສຳນັກຂ່າວບຣູມເບີກ ຄາດການວ່າ: ຄວາມຍາກລໍາບາກທາງເສດຖະກິດຂອງອິຕາລີ ຈະຍັງສືບຕໍ່ດຳເນີນໄປໃນປີໜ້າ ໂດຍຄາດການເຕີບໂຕໃນປີ 2023 ຈະຫຼຸດລົງເຫຼືອ 0,9% ຕາມດ້ວຍ 0,7% ໃນປີ 2024 ເຊິ່ງນີ້ແມ່ນພາລະກິດຂອງນາຍົກລັດຖະມົນຕີ ອິຕາລີ ທີ່ຕ້ອງພະຍາຍາມຮັກສາສະຖຽນລະພາບທາງການເງິນທີ່ມີຄວາມສັບຊ້ອນຫຼາຍຂຶ້ນ.