ນາຍົກຂອງກຳປູເຈຍ ຢໍ້າເຖິງຄວາມສຳຄັນຂອງງານວາງສະແດງສິນຄ້າ ຈີນ – ອາຊຽນ

50

ເວັບໄຊສໍານັກຂ່າວ khmertimeskh.com ລາຍງານວ່າ: ທ່ານ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ກ່າວເນັ້ນຢ້ຳເຖິງຄວາມສຳຄັນຂອງງານວາງສະແດງສິນຄ້າ ຈີນ – ອາຊຽນ ( China – ASEAN Expo ) ໃນການຮັດແໜ້ນຄວາມສຳພັນລະດັບພາກພື້ນ ໂດຍສະເພາະໃນປີຜ່ານມາ ງານດັ່ງກ່າວໄດ້ມີສ່ວນສຳຄັນຊຸກຍູ້ໃຫ້ການຄ້າ ລະຫວ່າງ ຈີນ – ອາຊຽນ ບັນລຸເຖິງ 7,22 ແສນລ້ານໂດລາ.

ທ່ານ ຮຸນ ມາເນັດ ກ່າວໃນພິທີເປີດງານ China – ASEAN Expo ຄັ້ງທີ 20 ວ່າ: ທ່າມກາງ ຄວາມບໍ່ແນ່ນອນລະດັບໂລກ, ການຈັດງານດັ່ງກ່າວນີ້ ຖືເປັນສ່ວນສຳຄັນໃນການສ້າງຄວາມສຳພັນລະດັບພາກພື້ນທີ່ໃກ້ຊິດ ແລະ ກົມກຽວຍິ່ງຂຶ້ນ ເຊິ່ງຊ່ວຍສົ່ງເສີມການພັດທະນາທີ່ຍືນຍົງ. ເໜືອສິ່ງອື່ນໃດ ແມ່ນມັນໄດ້ສະແດງໃຫ້ເຫັນເຖິງການຮ່ວມມືທີ່ປະສົມປະສານກັບການຄ້າເສລີ ແລະ ເປີດກວ້າງເປັນຫົນທາງດຽວສູ່ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ຍັງກ່າວວ່າ: ຂໍ້ຕົກລົງການຄ້າເສລີອາຊຽນ – ຈີນ ( RCEP ) ແລະ ຂໍ້ຕົກລົງການຄ້າທະວິພາຄີຫຼາຍສະບັບ ພາຍໃນຂອບເຫຼົ່ານີ້ ງານ China – ASEAN Expo ຄັ້ງທີ 20 ນີ້ ເປັນກິດຈະກຳທີ່ເປັນຮູບປະທໍາ ທີ່ສ້າງຄວາມຮ່ວມມືເພື່ອເພີ່ມການຄ້າລະຫວ່າງ ອາຊຽນ – ຈີນ ເຊິ່ງປີຜ່ານມາພວກເຮົາທຸກຄົນມີຄວາມພູມໃຈຫຼາຍ ທີ່ການຄ້າອາຊຽນ – ຈີນ ມີມູນຄ່າ 7,22 ແສນລ້ານໂດລາ.