ການຄ້າຊາຍແດນ ມຽນມາ – ຈີນ ເພີ່ມຂຶ້ນ 698 ລ້ານໂດລາ

26

ເວັບໄຊສຳນັກຂ່າວ gnlm.com.mm ຂອງມຽນມາ ລາຍງານວ່າ: ຕາມສະຖິຕິຂອງກະຊວງການຄ້າຂອງມຽນມາ ລະບຸວ່າ ມູນຄ່າການຄ້າຢູ່ຊາຍແດນ ລະຫວ່າງ ມຽນມາ ແລະ ຈີນ ເພີ່ມຂຶ້ນເປັນ 1,8 ຕື້ໂດລາ ໃນລະຫວ່າງວັນທີ 1 ເມສາ ຫາ 8 ກັນຍາ ຂອງປີງົບການເງິນປັດຈຸບັນ 2022 – 2023 ຈາກ 1,1 ຕື້ໂດລາ ທີ່ບັນທຶກໄວ້ໃນໄລຍະດຽວກັນຂອງປີງົບປະມານ 2021 – 2022.

ຕົວເລກດັ່ງກ່າວ ໄດ້ບົ່ງຊີ້ວ່າ: ການເພີ່ມຂຶ້ນເຖິງ 698 ລ້ານໂດລາ ໃນປີງົບປະມານນີ້ ເມື່ອທຽບກັບທີ່ບັນທຶກໃນໄລຍະດຽວກັນຂອງປີຜ່ານມາ. ມຽນມາ ໄດ້ດຳເນີນການຄ້າຊາຍແດນກັບປະເທດເພື່ອນບ້ານຢ່າງຈີນ ຜ່ານ Muse, Lweje, Chin shwehaw, Kampaiti ແລະ Kengtung ເຊິ່ງມູນຄ່າການຄ້າຜ່ານຊາຍແດນ Muse ມີຈໍານວນຫຼາຍ ມູນຄ່າທີ່ 1,147 ຕື້ໂດລາ, Chinshwehaw ມີ 567.975 ລ້ານໂດລາ ແລະ 57,86 ລ້ານໂດລາ ຜ່ານ Kampaiti; ຜ່ານ Lweje ມີ 32,99 ລ້ານໂດລາ ແລະ 3,36 ລ້ານໂດລາ ຜ່ານ Kengtung. ນອກນີ້, ກໍຜ່ານທີ່ຊາຍແດນ Chinshwehaw ມີມູນຄ່າການຄ້າທີ່ 23,79 ລ້ານໂດລາ.

ສະເພາະວັນທີ 8 ກັນຍາປີ ນີ້, ມຽນມາ ໄດ້ສົ່ງອອກກ້ວຍ ເພາະລ້ຽງເຫຍື່ອ ຈໍານວນ 1.017 ໂຕນ ມີມູນຄ່າ 350.810 ໂດລາ ໄປຜ່ານຊາຍແດນ Kampaiti. ໃນຂະນະດຽວກັນ, ການຄ້າ – ຂາຍທີ່ເຂດການຄ້າ Muse 105th mile ມີມູນຄ່າປະມານ 34,55 ລ້ານໂດລາ ໃນວັນທີ 10 ກັນຍາຜ່ານມາ.