ຕຳແຈ່ວໂຕຈີ່ນາຍ ຫອມໆແຊບໆບ່າຍເຂົ້າຮ້ອນໆ

1037

ໂຕຈີ່ນາຍ ເປັນອາຫານຊະນິດໜຶ່ງທີ່ຄົນລາວເຮົາມັກກິນ ເຊິ່ງຈະມີເປັນລະດູການ ເປັນຕົ້ນແມ່ນຈະມີຫຼາຍໃນລະດູແລ້ງ, ຕ້ອງຂຸດເອົາຢູ່ພື້ນດິນ ເພາະໂຕຈີ່ນາຍຈະເຮັດຮູລົງໄປໃນພື້ນດິນເປັນບ່ອນອາໄສ. ດັ່ງນັ້ນຄົນລາວມັກນຳມາຈີ່, ຈືນກິນ ຫຼື ນຳມາຕຳແຈ່ວກິນກັບເຂົ້າກໍໄດ້. ມື້ນີ້ພວກເຮົາຈະມາແນະນຳວິທີເຮັດແຈ່ວຈີ່ນາຍໃຫ້ທ່ານບ່າຍກິນກັບເຂົ້າໜຽວຮ້ອນໆແບບແຊບໆ.

▶ ວັດຖຸດິບປະກອບມີ: ໂຕຈີ່ນາຍ ທີ່ລ້າງສະອາດ ແລ້ວນຳໄປເອົາໄມ້ສຽບເປັນຮວດຍາວໆຕາມຄວາມເໝາະສົມກັບແຕະປີ້ງ ຫຼື ຈະນຳໄປຈືນກໍໄດ້, ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ, ຫອມປ້ອມ, ຫອມບົ່ວ, ນໍ້າປາ ( ຖ້າມັກ ), ເກືອ, ແປ້ງນົວ, ລ້າງປະເພດຜັກໃຫ້ສະອາດ ( ປະເພດຫອມກໍຊອຍໄວ້ ) ຖ້າຈືນກໍກຽມນໍ້າມັນພືດ.
▶ ຂັ້ນຕອນການເຮັດ: ດັງໄຟໃຫ້ຖ່ານຕິດແລ້ວ ( ຢ່າໃສ່ຖ່ານຫຼາຍ ເພາະໄຟຈະແຮງ ອາດຈະເຮັດໃຫ້ໄໝ້ໄດ້ ) ຈາກນັ້ນກໍນຳແຕະປີ້ງໄປວາງໃສ່ແລ້ວນຳໂຕຈີ່ນາຍທີ່ກຽມໄວ້ໄປວາງປີ້ງ ຂະນະທີ່ປີ້ງຕ້ອງລະວັງບໍ່ໃຫ້ໄໝ້ ເມື່ອສຸກໝົດແລ້ວ ກໍສືບຕໍ່ຈີ່ໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມໃຫ້ສຸກ ແລະ ປອກເປືອກທຸກຢ່າງໃຫ້ຮຽບຮ້ອຍ.

▶ຖ້າຈືນ: ແມ່ນຄ້າງໝໍ້ໃຫ້ຮ້ອນແລ້ວຕື່ມນໍ້າມັນລົງໄປໃຫ້ອ່າວຫຼາຍແດ່ ຈາກນັ້ນປະໃຫ້ນໍ້າມັນຮ້ອນໆ ແລ້ວຈຶ່ງນຳໂຕຈີ່ນາຍ ລົງໄປຈືນຈົນໃຫ້ກອບດີແລ້ວເອົາຂຶ້ນມາວາງໃຫ້ສະເດັດນໍ້າມັນ.
▶ ຂັ້ນຕອນການຕຳ: ນຳຄົກກັບສາກມາແລ້ວ ເອົາກືອ, ແປ້ງນົວ, ໝາກເຜັດທີ່ຈີ່ກຽມໄວ້, ຫົວຫອມບົ່ວ, ຫົວຜັກທຽມທີ່ກຽມໄວ້ລົງໄປຕຳໃຫ້ລະອຽດ, ຈາກນັ້ນກໍນຳຈີ່ນາຍທີ່ກຽມໄວ້ຕຳຈົນໃຫ້ລະອຽດ ຊີມລົດຊາດຕາມໃຈມັກ ແລ້ວຕາມດ້ວຍຜັກຫອມທີ່ຊອຍກຽມໄວ້ລົງຕຳເລັກໜ້ອຍ ຖືວ່າເປັນອັນສຳເລັດ, ຈາກນັ້ນກໍຕັກໃສ່ຖ້ວຍ ຫຼື ຈານພ້ອມເສີບ.
[ ໂດຍ: ນົກແຕນແວນ ]