ຟີລິບປິນ ກຽມສົ່ງອອກອາໂວກາໂດ ໄປຍັງ ສ.ເກົາຫຼີ

24

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງກະສິກຳຂອງຟີລິບປິນ ໄດ້ປະກາດວ່າ ກຽມສົ່ງອອກອາໂວກາໂດສາຍພັນແຮສ ( Hass ) ໄປຍັງ ສ.ເກົາຫຼີ ໂດຍຄາດວ່າຈະເລີ່ມສົ່ງອອກໃນທ້າຍເດືອນກັນຍານີ້.

ກະຊວງກະສິກຳຂອງຟີລິບປິນ ລະບຸວ່າ: ການສົ່ງອອກໃນຮູບແບບການຄ້າ ຈະເລີ່ມໃນໄລຍະທ້າຍເດືອນກັນຍານີ້ ຫຼັງຈາກລັດຖະບານ ສ.ເກົາຫຼີ ອະນຸຍາດໃຫ້ເຂົ້າເຖິງຕະຫຼາດຂອງອາໂວກາໂດສາຍພັນ Hass ທີ່ປູກໃນຟີລິບປິນ. ທັງນີ້, ອາໂວກາໂດສາຍພັນ Hass ໄດ້ຮັບຄວາມນິຍົມທົ່ວໂລກ ເພາະເປັນສ່ວນປະສົມຫຼັກຂອງສະຫຼັດ ແລະ ແຊນວິດ, ໃນຂະນະທີ່ລັດຖະບານຟີລິບປິນ ຈະຈັດກິດຈະກຳສົ່ງເສີມການຂາຍ ເພື່ອຊ່ວຍໃຫ້ຄົນ ສ. ເກົາຫຼີ ຮູ້ຈັກອາໂວກາໂດຂອງຟີລິບປິນຫຼາຍຂຶ້ນ ເພື່ອກະຕຸ້ນການສົ່ງອອກ.

ທັງນີ້, ຟີລິບປິນສົ່ງອອກກ້ວຍ, ໝາກນັດ, ໝາກຫຸ່ງ ແລະ ດອກກຸຫຼາບ ໄປຍັງ ສ.ເກົາຫຼີ ເຊິ່ງຖືວ່າເປັນຈຸດໝາຍການສົ່ງອອກສິນຄ້າການກະເສດ – ອາຫານຂະໜາດໃຫຍ່ທີ່ສຸດອັນດັບ 4 ຂອງຟີລິບປິນ ຄິດເປັນມູນຄ່າ 574,27 ລ້ານໂດລາ.