ຄວາມເຊື່ອໝັ້ນຜູ້ບໍລິໂພກຂອງສະຫະລັດ ຫຼຸດລົງອີກຄັ້ງ ແຕ່ອັດຕາເງິນເຟີ້ມີທ່າອ່ຽງດີຂຶ້ນ

18

ເວັບໄຊສຳນັກຂ່າວຣອຍເຕີ ( Reuters.com )  ລາຍງານວ່າ: ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຂອງສະຫະລັດອາເມຣິກາ ຫຼຸດລົງເປັນເດືອນທີ 2 ຕິດຕໍ່ກັນໃນເດືອນກັນຍານີ້ ແຕ່ທ່າອ່ຽງເສດຖະກິດຂອງສະຫະລັດດີຂຶ້ນເລັກໜ້ອຍ ເນື່ອງຈາກການຄາດຫວັງຂອງຄົວເຮືອນ ກັບອັດຕາເງິນເຟີ້ໃນໄລຍະສັ້ນຫຼຸດລົງສູ່ລະດັບຕໍ່າສຸດໃນຮອບຫຼາຍກວ່າ 1 ປີ.

ການອ່ານດັດຊະນີຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ເບື້ອງຕົ້ນຂອງມະຫາວິທະຍາໄລ ມິຊິແກນ ຫຼຸດລົງເຫຼືອ 67,7 ໃນເດືອນກັນຍານີ້ ຈາກການອ່ານຄັ້ງສຸດທ້າຍທີ່ 69,5 ໃນເດືອນສິງຫາ ເຊິ່ງຕໍ່າກວ່າຄ່າປານກາງ ທີ່ຄາດການໄວ້ທີ່ 69,1 ໃນໝູ່ນັກເສດຖະສາດທີ່ສຳຫຼວດໂດຍຣອຍເຕີ.

ຂະນະທີ່ຄວາມຄາດຫວັງໃນໄລຍະສັ້ນ ແລະ ໄລຍະຍາວ ກ່ຽວກັບພາວະເສດຖະກິດດີຂຶ້ນເລັກໜ້ອຍໃນເດືອນນີ້ ເຖິງແມ່ນວ່າຜູ້ບໍລິໂພກສຸດທິຈະຍັງມີ ຄວາມບໍ່ໝັ້ນໃຈກ່ຽວກັບທິດທາງເສດຖະກິດ.

ການຄາດການອັດຕາເງິນເຟີ້ໃນໄລຍະ 1 ປີ ຂອງການສຳຫຼວດ ຫຼຸດລົງ 3,1% ເຊິ່ງເປັນລະດັບຕໍ່າສຸດ ນັບຕັ້ງແຕ່ເດືອນມີນາ 2021 ຈາກ 3,5% ໃນຂະນະທີ່ທ່າອ່ຽງອັດຕາເງິນເຟີ້ໃນ 5 ປີ ຫຼຸດລົງສູ່ລະດັບຕໍ່າສຸດໃນຮອບ 1 ປີ ຢູ່ທີ່ 2,7% ຈາກ 3,0%.