ກ້ອຍປາແຊວມອນ

83

ກ້ອຍ ເປັນເມນູທີ່ຄົນລາວນິຍົມເຮັດກິນ, ສາມາດກ້ອຍໄດ້ຫຼາຍຢ່າງ. ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດກ້ອຍປາແຊວມອນກິນ ເຮັດເປັນເມນູກິນກັບເຂົ້າ ຫຼື ເປັນກັບແກ້ມກໍໄດ້.

▶ ວັດຖຸດິບ: ປາແຊວມອນ, ຫົວຫອມບົ່ວ, ຫົວສີໃຄ, ຫອມບົ່ວ, ຫອມປ້ອມ, ຫອມລາບ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກສຸກ, ເຂົ້າຂົ້ວ, ໝາກເຜັດດິບ, ໝາກເຜັດແຫ້ງປົ່ນ, ໝາກນາວ ( ລ້າງຜັກໃຫ້ສະອາດ ).
▶ວິທີເຮັດ: ຊອຍປາແຊວມອນໃຫ້ເປັນຕ່ອນ 4 ລ່ຽມລູກເຕົ໋າ, ຈາກນັ້ນກໍຊອຍຫົວຫອມບົ່ວ, ຫົວສີໃຄ, ຫອມບົ່ວ ເປັນປ່ຽງບາງໆ ແລະ ສັ້ນໆ, ຊອຍຫອມປ້ອມ, ຫອມລາບ, ໝາກເຜັດດິບ.

ຈາກນັ້ນ, ກໍເອົາໝາກເຜັດດິບ, ເຂົ້າຂົ້ວ, ໝາກເຜັດປົ່ນ ( ຖ້າບໍ່ມັກບໍ່ໃສ່ກໍໄດ້ ), ຫົວຫອມບົ່ວ, ຫົວສີໃຄ, ຫອມບົ່ວທີ່ຊອຍໄວ້ລົງໄປ ພ້ອມກັບເກືອແປ້ງນົວ, ນໍ້າປາ ຫຼື ປາແດກສຸກ ແລະ ນໍ້າໝາກນາວ ລົງໄປຄົນຢູ່ຊາມແລ້ວປຸງ ແລະ ຊີມລົດຊາດໃຫ້ຈັດເລັກໜ້ອຍ ໃຫ້ກະວ່າຖ້າເອົາປາແຊວມ້ອນລົງແລ້ວໃຫ້ພໍດີ. ຈາກນັ້ນເອົາປາແຊວມ້ອນລົງຄົນພ້ອມຊອຍຫອມໃສ່ ເທົ່ານີ້ທ່ານກໍຈະໄດ້ກ້ອຍປາແຊວມອນກິນແລ້ວ ( ການທີ່ບໍ່ເອົາປາລົງຄົນພ້ອມເຄື່ອງແມ່ນເພື່ອບໍ່ໃຫ້ປາຊໍ້າເກີນໄປ ເນື່ອງຈາກຕ່ອນປາແຊວມອນອ່ອນງ່າຍ ).
[ ໂດຍ: ນົກແຕນແວນ ]