ຊົມເຊີຍ ກໍາມະການຍິງລາວ ໄດ້ໂອກາດໄປຮ່ວມຕັດສິນໃນ ເອຊຽນ ເກມ ທີ່ ສປ ຈີນ

41

ສະຫະພັນບານເຕະອາຊີ (AFC) ໄດ້ແຕ່ງຕັ້ງທ່ານ ນາງ ພຸດສະຫັວນ ຈັນທະວົງ ຜູ້ຊ່ວຍກຳມະການຕັດສິນ FIFA Elite ເຂົ້າຮ່ວມຕັດສິນໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ19 ທີ່ ເມືອງຮາງໂຈ່ວ ສປ ຈີນ ລະຫວ່າງວັນທີ 19 ກັນຍາ -7 ຕຸລາ 2023

ສໍາລັບ ນາງ ພຸດສະຫວັນ ເປັນ ກໍາມະການຈາກ ສປປ ລາວ ທີ່ມີຜົນງານໂດດເດັ່ນ ເລີ່ມລົງເຮັດໜ້າທີ່ໃນບານເຕະລາວ ນັບຕັ້ງແຕ່ບານເຕະຍິງ ຊີງຂັນສະຫະພັນບານເຕະແຫ່ງຊາດລາວ, ບານເຕະລາວລີກ 2, ກີລາຟຸດຊໍ ແລະ ກ້າວສູ່ການລົງເຮັດໜ້າທີ່ໃນລີກສູງສຸດຂອງ ສປປ ລາວ ມາໂດຍຕະຫຼອດຫຼາຍປີທີ່ຜ່ານມາ ຈົນມາເຖິງ 2-3 ປີທີ່ຜ່ານມາສາມາດກ້າວຂຶ້ນໄປຕັດສິນໃນລາຍການລະດັບອາຊຽນ ແລະ ອາຊີ.