ມູນຄ່າການຄ້າ – ການລົງທຶນ ອາຊຽນ ແລະ ຈີນ ເພີ່ມຂຶ້ນ 16,8 ເທົ່າ ໃນໄລຍະ 20 ປີ

43

ເວັບໄຊສຳນັກຂ່າວ globaltimes.cn ຂອງຈີນ ລາຍງານວ່າ: ທ່ານ ລີ ສຽງ ( Li Qiang ) ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ກ່າວສູນທອນພົດໃນພິທີເປີດງານ China – ASEAN Expo ຄັ້ງທີ 20 ແລະ ກອງປະຊຸມສຸດຍອດທຸລະກິດ – ການລົງທຶນ ຈີນ – ອາຊຽນ ທີ່ເມືອງໜານໜິງ ເຂດປົກຄອງຕົນເອງ ທາງຕອນໃຕ້ຂອງ ສປ ຈີນ ທີ່ຈັດຂຶ້ນເມື່ອວັນທີ 17 ກັນຍາຜ່ານມາວ່າ: ຈີນ ແລະ ອາຊຽນ ໄດ້ຮ່ວມກັນສ້າງປະຕິຫານແຫ່ງການພັດທະນາເສດຖະກິດ.

ຄວາມສຳພັນລະຫວ່າງ ຈີນ ແລະ ອາຊຽນ ໄດ້ກາຍເປັນແບບຢ່າງທີ່ດີຂອງຄວາມສຳພັນທະວິພາຄີ ທີ່ປະສົບຄວາມສຳເລັດ ແລະ ມີຊີວິດຊີວາທີ່ສຸດໃນພາກພື້ນອາຊີປາຊີຟິກ ແລະ ເປັນແບບຢ່າງທີ່ຈະແຈ້ງຂອງຊຸມຊົນທີ່ມີອະນາຄົດຮ່ວມກັນສຳລັບມະນຸດ.

ທ່າມກາງເສດຖະກິດໂລກທີ່ຊົບເຊົາ, ຈີນ ແລະ ອາຊຽນ ປະສົບຄວາມສຳເລັດໃນດ້ານການຄ້າ ແລະ ການລົງທຶນເພີ່ມຂຶ້ນ ປະລິມານການຄ້າລະຫວ່າງ ຈີນ ແລະ ອາຊຽນ ເພີ່ມຂຶ້ນ 16,8 ເທົ່າ ໃນໄລຍະ 20 ປີຜ່ານມາ, ສອງຝ່າຍເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງກັນ ແລະ ກັນ ເປັນເວລາ 3 ປີຕິດຕໍ່ກັນ ແລະ ການລົງທຶນແບບສອງທາງ ມີມູນຄ່າເກີນ 350 ຕື້ໂດລາ.

ທ່ານ ລີ ສຽງ ກ່າວຢ້ຳວ່າ: ໃນໂລກປັດຈຸບັນ, ສະຖານະການລະຫວ່າງປະເທດມີຄວາມຜັນແປ, ຄວາມຊື່ສັດ ແລະ ໜ້າເຊື່ອຖືກາຍເປັນສິ່ງທີ່ມີຄ່າຫຼາຍຂຶ້ນເລື້ອຍໆ. ດັ່ງນັ້ນ, ໃນດ້ານການຮ່ວມມືທາງເສດຖະກິດ ແລະ ການຄ້າສອງຝ່າຍ ແມ່ນຈະຕ້ອງຊື່ສັດ, ປະຕິບັດຕາມກົດເກນຂອງຕະຫຼາດ ແລະ ຊ່ວຍສ້າງສະພາບແວດລ້ອມທາງນະໂຍບາຍທີ່ຍຸຕິທໍາ, ໝັ້ນຄົງ ສຳລັບການພັດທະນາໂດຍລວມຂອງພວກເຮົາ ນີ້ເປັນສິ່ງທີ່ສຳຄັນທີ່ສຸດ.