ໜີ້ສາທາລະນະທົ່ວໂລກຫຼຸດລົງ ແຕ່ຍັງຢູ່ໃນລະດັບສູງ

21

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ຈາກການອັບເດດຫຼ້າສຸດຂອງຖານຂໍ້ມູນໜີ້ທົ່ວໂລກ ( Global Debt Database ) ໄດ້ລະບຸວ່າ: ໃນປີ 2022 ໜີ້ທົ່ວໂລກໄດ້ຫຼຸດລົງເປັນປີທີ 2 ຕິດຕໍ່ກັນ ແຕ່ກໍຍັງຢູ່ສູງກວ່າລະດັບສູງສຸດກ່ອນການລະບາດຂອງໂຄວິດ – 19.

ລາຍງານລະບຸວ່າ: ໜີ້ລວມຢູ່ທີ່ 238% ຂອງລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງໂລກໃນປີ 2022 ເຊິ່ງສູງກວ່າປີ 2019 ປະມານ 9% ເມື່ອຄໍານວນຕາມອັດຕາແລກປ່ຽນເງິນໂດລາສະຫະລັດ ໜີ້ມີມູນຄ່າ 235.000 ຕື້ໂດລາ.

ເຖິງວ່າການເຕີບໂຕຂອງເສດຖະກິດຈະຟື້ນຕົວຈາກປີ 2020 ແລະ ອັດຕາເງິນເຟີ້ທີ່ສູງກວ່າການຄາດການ ແຕ່ໜີ້ສາທາລະນະຍັງຢູ່ໃນລະດັບສູງ. ການຂາດດຸນທາງການເງິນ ໄດ້ຜັກດັນໃຫ້ລະດັບໜີ້ສາທາລະນະສູງຂຶ້ນ ເນື່ອງຈາກລັດຖະບານຫຼາຍປະເທດໃຊ້ຈ່າຍຫຼາຍຂຶ້ນ ເພື່ອກະຕຸ້ນການເຕີບໂຕ ແລະ ຮັບມືກັບລາຄາອາຫານ, ພະລັງງານທີ່ເພີ່ມຂຶ້ນສູງ ເຖິງແມ່ນວ່າຈະມີການຢຸດຕິການສະໜັບສະໜູນທາງການເງິນ ທີ່ກ່ຽວຂ້ອງກັບການຕ້ານການແຜ່ລະບາດໂຄວິດ – 19 ກໍຕາມ.

ກ່ອນການລະບາດຂອງໂຄວິດ – 19, ອັດຕາສ່ວນໜີ້ສິນຕໍ່ GDP ທົ່ວໂລກ ເພີ່ມຂຶ້ນມາດົນນານຫຼາຍທົດສະວັດ ເຊິ່ງໜີ້ສາທາລະນະທົ່ວໂລກ ເພີ່ມຂຶ້ນ 3 ເທົ່າ ນັບຕັ້ງແຕ່ກາງທົດສະວັດ 1970 ໂດຍຢູ່ທີ່ 92% ຂອງ GDP ທົ່ວໂລກ ຫຼື ປະມານ 91.000 ຕື້ໂດລາ ໃນທ້າຍປີ 2022.

ໜີ້ພາກເອກະຊົນ ກໍເພີ່ມຂຶ້ນ 3 ເທົ່າ ເປັນ 146% ຂອງ GDP ທົ່ວໂລກ ຫຼື ປະມານ 144.000 ຕື້ໂດລາ ແຕ່ຫຼາຍກວ່າໄລຍະເວລາຍາວນານຂຶ້ນຕັ້ງແຕ່ປີ 1960 ຫາປີ 2022. ຂະນະທີ່ປະເທດກຳລັງພັດທະນາທີ່ມີລາຍໄດ້ໜ້ອຍ ມີຫຼາຍກວ່າເຄິ່ງໜຶ່ງທີ່ມີຄວາມສ່ຽງສູງຕໍ່ບັນຫາໜີ້ ແລະ ປະມານ 20% ຂອງປະເທດເສດຖະກິດເກີດໃໝ່ ທີ່ມີການຊື້ – ຂາຍພັນທະບັດໃນລະດັບທີ່ມີຄວາມຫຍຸ້ງຍາກທາງການເງິນ.