ແກງຜັກນໍ້າ ໃສ່ປາແຫ້ງເມນູພື້ນບ້ານ

35

ຜັກນໍ້າ ເປັນຜັກຊະນິດໜຶ່ງທີ່ເກີດຢູ່ບ່ອນທີ່ມີນໍ້າຊຶມຕະຫຼອດ, ອາກາດເຢັນ ແລະ ມັກຈະພົບເຫັນຢູ່ວັງວຽງ ຫາ ບັນດາແຂວງພາກເໜືອຂອງລາວ ເຊິ່ງຈະມີລົດຊາດຂິວໆ ຂື່ນໆແບບມີເອກະລັກ ແຕ່ກໍຂຶ້ນກັບຜູ້ມັກ ເຊິ່ງສາມາດເອົາມາເປັນຜັກກັບ, ເມນູແກງ, ລວກ… ໄດ້ໝົດ. ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດເມນູແກງຜັກນໍ້າໃສ່ປາແຫ້ງ.

อาจเป็นรูปภาพของ โจ๊ก

ວັດຖຸດິບ: ຜັກນໍ້າ ( ສ້ອມແລ້ວ ) ປະມານ 1 ໂລ, ປາແຫ້ງ 1 ໂຕ, ຫົວສີໃຄ 1 ຫົວ, ຫົວຫອມບົ່ວ 2 ຫົວ, ຫົວຜັກທຽມ 3 ກີບ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກ, ໝາກເຜັດດິບ 1 – 2 ໜ່ວຍ, ຫອມບົ່ວ, ຜັກອີຕູ່ ( ລ້າງຜັກທຸກຢ່າງໃຫ້ສະອາດ ).

ວິທີເຮັດ: ຖ້າຢາກໃຫ້ປາແຫ້ງຫອມໃຫ້ເອົາປາແຫ້ງໄປຂາງໄຟກ່ອນ, ຈາກນັ້ນກໍຄ້າງໝໍແກງ ເອົານໍ້າໃສ່ ປະມານ 1 ຖ້ວຍແກງ ເປີດໄຟປານກາງ, ຈາກນັ້ນໃຫ້ທຸບຫົວຜັກທຽມ, ຫົວຫອມບົ່ວ, ຫົວສີໃຄ ພ້ອມເກືອ, ແປ້ງນົວລົງໄປ. ປະໃຫ້ໝໍ້ຟົດແລ້ວໃຫ້ເອົາປາແຫ້ງທີ່ຂາງລົງໄປຕົ້ມ ( ອາດຈະລ້າງ ຫຼື ບໍ່ລ້າງກໍໄດ້ ຖ້າປາແຫ້ງສະອາດແລ້ວ ) ກະວ່າປາແຫ້ງໃກ້ສຸກແລ້ວໃຫ້ເອົາຜັກນໍ້າລົງໄປ ພ້ອມນໍ້າປາ ຫຼື ປາແດກ ປິດຝາໄວ້ ພ້ອມປີ້ນໃຫ້ຜັກສຸກ ເຊິ່ງພໍດີປາແຫ້ງສຸກ ( ຢ່າຄົນປາຫຼາຍ ປາຈະມຸ່ນ ) ແລ້ວຊີມລົດຊາດ ແລະ ປຸງໃຫ້ໄດ້ລົດຊາດຕາມໃຈມັກ ຈາກນັ້ນກໍຊອຍຫອມໃສ່ ພ້ອມປິດໄຟ ເທົ່ານີ້ກໍໄດ້ແກງປາແຫ້ງ ໃສ່ຜັກນໍ້າກິນແລ້ວ.

ໂດຍ: ນົກແຕນແວນ